ຊິລງາຄຸມຫລັງ,ລູກາກູຢືນຫອກ? ຄາດ 11 ໂຕຈິງເຊລຊີດວນລິເວີພູລນັດຊິງ ເອຟເອ ຄັບ
ຄືນນີ້ “ສິງບຼູ” ເຊລຊີ ມີໂປຣແກຣມ ສຸດສຳຄັນທີ່ຈະຕ້ອງດວນກັບ ລິເວີພູລ ໃນເສິກ ເອຟເອ ຄັບ ຮອບຊິງຊະນະເລີດ ທີ່ສັງວຽນແຂ້ງ ເວມບລີ ສະເຕດ້ຽມ ເຊິ່ງແນ່ນອນວ່າ ພວກເຂົາມຸ້ງຫມັ້ນຢ່າງສູງທີ່ຈະແກ້ແຄ້ນ “ຫົງແດງ” ຈາກການປຣາໄຊໃນ ເກມຄາລາບາວ ຄັບ ຮອບຊິງຊະນະເລີດ ເມື່ອຊ່ວງທ້າຍເດືອນ ກຸມພາແລະນີ້ຄືຊຸດ 11 ຜູ້ຫລິ້ນໂຕຈິງທີ່ກຸນຊື ໂທມັສ ທູເູ່ລ ຫນ້າຈະເລືອກໃຊ້ສຳຫລັບເກມນີ້ ເຊິ່ງຈະມາໃນລະບົບ 3-4-3 ຫລືເບິ່ງເປັນ 3-4-2-1 ກໍ່ໄດ້
- ຜູ້ຮັກສາປະຕູ : ເອດູອາ ເມນດີ້
ເມນດີ້ ໄດ້ຮັບໂອກາດກ່ອນ ເກປາ ອາຣິຊາບາກ້າ ຢ່າງແນ່ນອນແລະຈະເປັນການລົງຫລິ້ນນັດທີ່ 47 (ລວມທຸກລາຍການ) ຂອງຜູ້ກ່ຽວໃນລະດູການນີ້
ແບັກທຣີ : ເທຣໂວ ຊາໂລບາ,ຕິອາໂກ້ ຊິລວາ,ອັນໂຕນິໂອ ຣຶດິເກີ້
ແນ່ນອນວ່າ ຊິລວາ ຈະໄດ້ກັບມາເປັນໂຕຈິງໃນນັດນີ້ ຫລັງຈາກທີ່ໄດ້ພັກ ມາເຕັມໆໃນເກມ ບຸກຕ້ອນ ລິດ ຢູໄນເຕັດ 3-0 ມື້ຄືນວັນພຸດທີ່ຜ່ານມາ ໂດຍມີ ຣຶດິເກີ້ ປະຈຳການຝັ່ງຊ້າຍ ສ່ວນດ້ານຂວານັ້ນມີ ຄວາມເປັນໄປໄດ້ທີ່ ທູເຄີ່ລ ຈະໃຊ້ແຂ້ງພະລັງຫນຸ່ມູື ຊາໂລບາ ຫລາຍກ່ວາ ເຊຊາ ອັບປິລິ ກວຍຕ້າ

- ແລ່ນແບັກ/ມິດຟິລ : ຣີດ ເຈມສ,ຈໍຈິນໂຍ່,ຣູເບນ ລອຟຕັສ-ຊິກ,ມາກອສ ອະລອນໂຊ່
ຖືວ່າເປັນຂ່າວດີິທີ່ ເອັນໂກໂລ່ ກັອງເຕ້ ກັບ ມາເຕໂອ ຖຄວາຊິດ ມີໂອກາດຟິດທັນເວລາຊ່ວຍທີມ ແຕ່ເບິ່ງແລ້ວທັງສອງຄົນມີຊື່ພຽງແຕ່້ເປັນໂຕສຳຮອງເທົ່ານັ້ນ ດັ່ງນັ້ນມິດຟິລຄູ່ກາງເກມນີ້ຫນ້າຈະເປັນ ຈໍຈິນໂຍ່ ກັບ ລອຟຕັສ-ຊິດ ສ່ວນແລ່ນແບັກຂວາແລະຊ້າຍຫນ້າຈະເປັນ ເຈມສ ກັບ ອະລອນໂຊ່ ແນ່ນອນ
- ແນວບຸກ : ເມສັນ ເມົາ,ໂຣເມລູ ລູກາກູ, ຄຣິສຕຽນ ພູລິຊິດ
ໃນໂມງນີ້ ເມົາຂາດບໍ່ໄດ້ຢູ່ແລ້ວ ່ສວນໂຕບຸກຝັ່ງຊ້າຍຫນ້ານຈະເປັນ ພູລິຊິດ ທີ່ກໍ່ຫາເຮັດປະຕູໄດ້ໃນເກມເຈີ “ຍຸງທອງ” ຂະນະທີ່ຕຳແຫນ່ງກອງຫນ້າໂຕເປົ້າ ມີໂອກາດສູງຫລາຍພໍທີ່ ທູເຄີ່ລ ຈະເລືອກໃຊ້ບໍລິການ ລູກາກູ ເຊິ່ງໄລຍະຫລັງຟອມດີແບບຜິດປົກກະຕິ ຍິງໄດ້ 3 ປະຕູຈາກ 2 ນັດຫລັງສຸດຕ່າງກັບ ໄຄຮາແວັດ ທີ່ບືນຝືດມາ 7 ນັດຕິດ ດັ່ງນັ້ນ ຮາແວດ ແລະ ຕິໂມ ແວເນີ ຄົງຕ້ອງ ນັ່ງສຳຮອງໄປກ່ອນ
