ອຳລາທັ້ງນ້ຳຕາ! ແອດເລຕິໂກ້ ມາດຣິດເຜີຍແຍກທາງກັບ ຊົວເຣດຈົບຊີຊັ່ນນີ້
ແອດເລຕິໂກ້ ມາດຣິດ ບອກເອງ ຫລຸຍ ຊົວເຣດ ຈະບໍ່ໄດ້ໄປຕໍ່ກັບທີມໃນຊີຊັ່ນຫນ້າ ເຊິ່ງຜູ້ກ່ຽວກໍ່ເສຍໃຈທີ່ຈະຕ້ອງອຳລາທີມຈົນເຖິງຂັ້ນຮ້ອງໄຫ້ໃນຕອນທີ່ຖືກປ່ຽນໂຕອອກໃນເກມກັບ ເຊບີຍາ ເລີຍ
ແອດເລຕິໂກ້ ມາດຣິດ ປະກາດໃນຊ່ວງກ່ອນເກມ ລາ ລີກາ ນັດທີ່ພວກເຂົາເປີດຮັງ ວານຕ້າ ເອໂທໂປລິຕາໂນ່ ເຊບິຍາ 1-1 ມື້ວັນອາທິດທີ15 ພຶດສະພາ ທີ່ຜ່ານມາ ຫລຸຍຊົວເຣດ ຈະບໍ່ໄດ້ຢູ່ກັບທີມຕໍ່ໃນລະດູການຫນ້າ ຈາກການທີ່ເຂົາຫມົດສັນຍາກັບທີມ
At the end of the game, the Wanda Metropolitano will pay tribute to Luis Suárez and Héctor Herrera, who are saying goodbye to the Red & White family today. #GraciasSuárez #GraciasHerrera pic.twitter.com/qR9Xkk8RD6
— Atlético de Madrid (@atletienglish) May 15, 2022
ຊົວເຣດ ຍ້າຍມາຈາກ ບາເຊໂຣນ່າ ມາຢູ່ກັບ ແອດເລຕິໂກ້ ມາດຣິດ ເມື່ອຊາວງຊຳເມີປີ 2020 ດ້ວຍສັນຍາ 2 ປີ ເຊິ່ງລາວກໍ່ສ້າງຜົນງານໄດ້ໂດດເດັ່ນດ້ວຍການຍິງປະຕູ 21 ລູກ ຈົນມີສ່ວນຮ່ວມໃນການຊ່ວຍທີມໄດ້ແຊ້ມເມື່ອຊ່ວງຊີຊັ່ນກ່ອນ ຂະນະທີ່ໃນຊີຊັ່ນນີ້ໂອມຂອງນັກເຕະໄວ 35 ປິ ຕົກລົງໄປ ລວມໄປເຖິງການເປັນໂຕສຳຮອງບໍ່ຄືເປັນໂຕຈິງໃນຊີຊັ່ນທີ່ແລ້ວ ຈົນສົ່ງຜົນໃຫ້ການຍິງປະຕູໃນລີກໄດ້ພຽງແຕ່ 11 ລູກ
ເລື່ອງດັ່ງກ່າວສົ່ງຜົນໃຫ້ ອານາຄົດຂອງ ຊົວເຣດເຕັມໄປດ້ວຍຄວາມບໍ່ແນ່ນອນ ຈົນທ້າຍທີ່ສຸດ ແອດເລຕິໂກ້ ມາດຣິດ ກໍ່ປະກາດກ່ອນເກມ ເຊບີຍາ ວ່າພວກເຂົາຈະຈັດພິທີອຳລາໃຫ້ ຊົວເຣດ ລວມໄປເຖິງ ເອກຕໍ ເອເຣຣ່າ ໃນຕອນຈົບນັດດັ່ງກ່າວ