ອີກ 2 ປີໄດ້ໃຊ້ງານ! ຢູ່ຟ່າປະກາດຍົກເຄື່ອງຮູບແບບແຊ້ມປ້ຽນລີກ
ສະຫາພັນບານເຕະເອີຣົບປະກາດປະກາດປ່ຽນກົດຂອງ ແຊ້ມປ້ຽນລີກ ທີ່ຈະໃຫ້ມີຜົນຕັ້ງແຕ່ຊີຊັ່ນ 2024-25 ເປັນຕົ້ນໄປຢ່າງເຊັ່ນການເພີ່ມໂຄຕ້າທີມໃນຮອບຫລັກແລະການທີ່ຈະບໍ່ມີຮອບແບ່ງກຸ່ມອີກຕໍ່ໄປ
ສະຫະພັນບານເຕະເອີຣົບ (ຢູຟ່າ) ປະກາດປ່ຽນຮູຸບແບບການແຂ່ງຂັນຂອງເສິດຢູຟ່າ ແຊ້ມປ້ຽນລີກ ຢ່າງເປັນທາງການ ມື້ວັນອັງຄານທີ 10 ພຶດສະພາ ທີ່ຜ່ານມາໂດຍຈະມີຜົນຕັ້ງແຕ່ລະດູການ 2024-25 ເປັນຕົ້ນໄປ
ອົງກອນລູກຫນັງເອີຣົບກໍ່ບອກວ່າຕັ້ງແຕ່ຊີຊັ່ນ 2024-25 ເປັນຕົ້ນໄປນັ້ນ ຈຳນວນທີມທີ່ໄດ້ເຂົ້າຮອບຫລັງຂອງ ຢູຟ່າ ຈະເພີ່ມຈາກ 32 ທີມໄປເປັນ 36 ທີມ ໂດຍຈຳນວນ 4 ໂຄຕ້າທີ່ເພີ່ມຂຶ້ນມາປະກອບດ້ວຍ
1.ໃຫ້ໂຄຕ້າ 1 ທີ່ໃຫ້ທີມໄດ້ອັນດັບ 3 ຂອງລີກລະດັບນັ້ນຈະຕ້ອງເລີ່ມຕົ້ນໃນຮອບຄັດເລືອກ ຮອບ 3 ໂດຍປະຈຸບັນທີມທີ່ມີຄ່າສຳປະສິດຫລາຍທີ່ສຸດເປັນອັນດັບ 3 ຂອງຢູຟ່າຄື ລີກ ເອີງ
2. ເພີ່ມ 1 ໂຄຕ້າຈາກຮອບຄັດເລືອກໃຫ້ກັບຝົ່ງ ແຊ້ມປ້ຽນພາກ
3. ມອບ 2 ໂຄຕ້າໃນລະດູການຖັດໄປໃຫ້ກັບ 2 ຊາດທີ່ມີສະໂມສອນສ້າງຜົນງານໂດຍລວມໃນລາຍການຂອງ ຢູຟ່າໄດ້ດີທີ່ສຸດ
