ເລີ່ມງານກັບແມນຢູໃນວັນຈັນນີ້? ເທນຮາກຍົກເລີກສັນຍາອາແຈັກກ່ອນກຳຫນົດ
ເອຣິກ ເທນຮາກ ນາຍໃຫຍ່ຄົນໃຫມ່ຂອງ ແມນທ ຢູໄນເຕັດ ສະແດງຄວາມເອົາຈິງຈັງກັບການປຸກ ຜີແດງ ໃຫ້ຕື່ນຈາກຫລັບໄຫລຢ່າງເຕັມທີ່ເຖິງຂັ້ນຍົກເລີກສັນຍາກັບ ອາແຈັກ ລ່ວງຫນ້າເພື່ອເດີນທາງມາເລີ່ມງານໃຫມ່ໃນ ພີເມຍລີກ ທັນທີຕັ້ງແຕ່ວັນຈົນທີ 16 ພຶດສະພາ
ເທນ ຮາກ ຄູມທີມ ອາແຈັກ ລົງຫລິ້ິນນັດປິດຊີຊັ່ນດ້ວຍການບຸກໄປສະເຫມີກັບ ວິເທສ 2-2 ມື້່ວັນອາທິດທີ່ 15 ພຶດສະພານີ້ ຫລັງພາທີມປ້ອງກັນແຊ້ມລີກດັດໄດ້ຕັ້ງແຕ່ອາທິດກ່ອນແລ້ວໃນເກມເປີດບ້ານຖະຫລົ່ມ ຮີເວນວິນ 5-0
ແມ່ນວ່າຈະປະສົບຄວາມສຳເລັດກັບສະໂມສອນກ່ອນຍ້າຍໄປຮ່ວມງານກັບ ແມນໆ ຢູໄນເຕັດ ໃນຊີຊັ່ນຫນ້າ ແຕ່ລ້າສຸດມີການເປີດເຜີຍວ່າໃຈຂອງ ເທນຮາກ ລອຍໄປຢູ່ທີ່ ໂອລ ແທຟຟອດ ແລ້ວເນື່ອງຈາກເຂົາບໍ່ຂໍໄປຮ່ວມເດີນທາງທົວປຣີຊີຊັ່ນກັບ ອາແຈັກ ແລະ ເດິ ມິເຣີ ເຜີຍວ່າ ລາວຂໍຍົກເລີກສັນຍາກັບທີມລູກຫນັງຂອງຮອນແລນລ່ວງຫນ້າ 6 ອາທິດ ແລະຫນ້າຈະເດີນທາງມາທີ່ເມືອງຜູ້ດີທັນທີໃນມື້ນີ້(ວັນຈັນ) ຫລັງມທີຂ່າວວ່າກຸນຊືດັດອາດຈະເຂົ້າເບີ່ງເກມ ພີເມຍລີກ ນັດປິດຊີຊັ່ນທີ່ ຜີແດງ ຈະບຸກໄປເຢືອນ ຄຣິສຕັນ ພາເລດ ເພືອເບິ່ງຟອມຂອງນັກເຕະກ່ອນເລີ່ມງານຢ່າງເປັນກິດລັກຊະນະ
