Harry Maguire
ພຣີເມຍລີກ ອັງກິດ
ເລື່ອງບານເຕະເອົາໄວ້ກ່ອນ! ແມັດກວາຍຄວງຄູ່ຫມັ້ນເຂົ້າພິທີວິວາ
ແຮຣີ່ ແມັກກວາຍ ກັບຕັນທີມ ແມນໆ ຢູໄນເຕັດ ເຮັດມິດງຽບ ຈູງມືຄູ່ຫມັ້ນເຂົ້າພິທີວິວາແລ້ວມື້ວັນພະຫັດທີ່ 12 ພຶດສະພາ ໂດຍມີການຈັດພິທີ ແບບນ້ອຍໆງ່າຍທ ແລະເຊີນພຽງແຕ່ສະເພາະຄົນໃນຄອບຄົວແລະເພື່ອນສະຫນິດເຂົ້າຮ່ວມເທົ່ານັ້ນ ແມັກກວາຍ ເຊີໄພ້ ເຂົ້າພິີທີວິວາທັ້ງໆທີ່ ຊີຊັ່ນຍັງບໍ່ທັນຈົບໂດຍຫລັງຈາກລົງຊ້ອມກັບທີມ ແມນໆ ຢູໄນເຕັດ ໃນຊ່ວງເຊົ້າພໍແລ້ວກໍ່ຮີບອອກຈາກ ແຄຣິງຕັນ ເຊັນເຕີ ໃນຕອນທ່ຽງ ເພື່ອເດີນທາງໄປຫາທີ່ວ່າການເມືອງ ຄຣູ ເພື່ອເຮັດພິທີຫມັ້ນແບບຮຽບຮ້ອຍ ແນວໃດກໍ່ດີມີການເປີດເຜີຍວ່າດາວເຕະ ທີມ ເລສເຕີ ເຊິ່ງຖືກຜີແດງ ດຶງໂຕມາຮ່ວມທີມໃນລາຄາ 80 ລ້ານປອນ(ປະມານ 3,428ລ້ານບາດ) ເມື່ອປີ 2019 ດ້ວຍຄ່າໂຕເປັນກອງຫລັງທີ່ແພງທີ່ສຸດໃນໂລກ ຈະຈັດພິທີວິວາແບບອາລັງການອີກເທື່ອຫນຶ່ງໃນຊ່ວງຊຳເມີນີ້ທີ່ຜາສາດໃນຝຣັ່ງເສດ ເລື່ອງບານເຕະເອົາໄວ້ກ່ອນ! ແມັດກວາຍຄວງຄູ່ຫມັ້ນເຂົ້າພິທີວິວາ was last modified: May 13th, 2022 by Vanxay
13 May 2022
ພຣີເມຍລີກ ອັງກິດ
ຂ່າວດີຫລືຂ່າວຮ້າຍ? ປຸດ ແມນຢູ ກຽມບໍ່ມີແມັກກວາຍຈົນຈົບຊີຊັ່ນ
ເດິ ຊັນ ສື່ໃຫຍ່ຂອງອັງກິດເຜີຍ ແຮຣີ່ ແມັກກວາຍ ກັບຕັນທີມ ແມນໆ ຢູໄນເຕັດ ມີແວວພາດການລົງສະຫນາມໃຫ້ກັບຕົ້ນສັງກັດໄປຕະຫລອດທັງຊີຊັ່ນທີ່ເຫລືອ ຫລັງມີບັນຫາທີ່ບາດເຈັບທີ່ຫົວເຂົ່າລົບກວນຈົນຫມົດສິດ ຄຳແບັກເກມ ພີເມຍລີິກ ອັງກິດ ຕ້ອນຮັບ ເຊລຊີ ໃນມື້ວັນພະຫັດນີ້ ແມັກກວາຍ ກອງຫລັງທີມຊາດອັງກິດ ບໍ່ໄດ້ລົງສະຫນາມໃນເກມລ່າສຸດທີ່ ຜີແດງ ບຸກໄປແພ້ໃຫ້ກັບ ອາເຊນ່ອລ ຢ່າງຫມົດທາງ 3-1 ຈົນເຮັດໃຫ້ພວກເຂົາຫມົດສິດລຸ້ນທັອບໂຟແລ້ວໂດຍໃນເກມ ເອມິຣັດ ສະເຕດ້ຽມ ອະດີດດາສວເຕະທີມ ເລສເຕີ ມີຊື່ນັ່ງເປັນໂຕສຳຮອງແລະບໍ່ໄດ້ຖືກມືດີຂູ່ວາງລະເບີດເຮືອນເນື່ອງຈາກຜູ້ກ່ຽວຫລິ້ນໄດ້ສຸດແຢ້ຫລາຍນັດຕິດຕໍ່ກັນ ຫ່ອນເກມດວນກັບ ເຊລຊີ ຣາບ ຣັງນິກ ກຸນຊືຊາວເຟຍລະມັນເຜີຍວ່າ ແມັກກວາຍ ເຈັບຂາ ແລະຈະພາດການລົງຫລິ້ນໃນເກມວັນພະຫັດນີ້ຈຶ່ງເຮັດໃຫ້ ເດິ ຊັນ ຄາດວ່າລາວຫນ້າຈະລົງສະຫນາມບໍ່ໄດ້ອີກແລ້ວໃນນັດສຸດທ້າຍທີ່ເຫລືອຢູ່ ຂ່າວດີຫລືຂ່າວຮ້າຍ? ປຸດ ແມນຢູ ກຽມບໍ່ມີແມັກກວາຍຈົນຈົບຊີຊັ່ນ was last modified: April 28th, 2022 by Vanxay
28 Apr 2022
ພຣີເມຍລີກ ອັງກິດ
ຕົ້ນເຫດເຮັດໃຫ້ແມນຢູຫາຍະນະ! ແມັກກວາຍຄວງມາຕິດນຳຝຸງບໍ່ນ້ຳມັນຊັ້ນຍອດ
ພົບຕົ້ນຕໍທີ່ເຮັດໃຫ້ ແມນໆ ຢູໄນເຕັດ ຕົກຕ່ຳຢ່າງຫນັກແລ້ວເມື່ອມີສະຖິຕິແສອອກມາວ່າ ແຮຣີ່ ແມັກກວາຍ ກັບຕັນທີມ ຜີແດງ ກັບ ເນມານຍ່າ ມາຕິດ ມິດຟິວໂຕຮັບຂະຫຍັນຫລິ້ນພາດຄືກັນທັງຄູ່ຈັນເຮັດໃຫ້ທີມເສຍປະຕູຫລາຍທີ່ສຸດນັບຕັ້ງແຕ່ຊີຊັ່ນ 2020/21 ເປັນຕົ້ນມາ ແມນເຊັດເຕີ ຢູໄນເຕັດ ສ້າງຜົນງານທີ່ອ່ອນແອ ອ່ອນໃຈໂດຍການເສຍປະຕູໃນຊີຊັ່ນນີ້ໄປຫລາຍເຖິງ 51 ລູກ ແລ້ວຈາກ 34 ນັດ ຫລັງທີ່ບຸກໄປແພ້ໃຫ້ກັບ ອາເຊນ່ອລ 3-1 ໃນເກມລ່າສຸດມື້ວັນເສົາທີ່ຜ່ານມາເຊິ່ງເປັນໂຕເລກທີ່ໂຫດຮ້າຍທີ່ສຸດໃນບັນດາ 8 ທີມ ອັນດັບທຳອິດຂອງຕາຕະລາງ ຂະນະທີ່ ຣາຟຣັງ ນິກ ກຸນຊືຂັດຕາທັບລະບຸຫລັງຈົບເກມທີ່ລອນດອນວ່າ ຜີແດງ ຫມົດສິດລົງຫລິ້ນຖ້ວຍ ແຊ້ມປ້ຽນລີກ ໃນຊີຊັ່ນຫນ້າແລ້ວ ກະທັ່ງລ່າສຸດມື້ວັນທີ່ 24 ເມສາ ອັອຟຕ້າ ໄດ້ເຜີຍສະຖິຕິອອກມາວ່າ ແມັກກວາຍ ເປັນນັກເຕະທີ່ກໍ່ຄວາມຜິດພາດຫລາຍທີ່ສຸດຈົນນຳມາເຖິງການສູນເສຍປະຕູຂອງທີມຫລາຍທີ່ສຸດນັບຕັ້ງແຕ່ໃນຊີຊັ່ນກ່ອນເປັນຕົ້ນມາ ຂະນະທີ່ ມາຕິດ ເພື່ອນຮ່ວມສັງກັດເຊິ່ງປະກາດວ່າຈະອຳລາ ຜີແດງ ໃນຊີຊັ່ນນີ້ກໍ່ຢູ່ໃນອັນດັບທີ່ສອງ ຕົ້ນເຫດເຮັດໃຫ້ແມນຢູຫາຍະນະ! ແມັກກວາຍຄວງມາຕິດນຳຝຸງບໍ່ນ້ຳມັນຊັ້ນຍອດ was last modified:
25 Apr 2022
ພຣີເມຍລີກ ອັງກິດ
ນີ້ຫມູ່ເອງ! ແມັກກວາຍເສຍຫລັກຈໍລະເຂ້ຟາດຫາງໃສ່ປັອກບາເກືອບນັອກ(ມີຄິບ)
ແຮຣີ່ ແມັກກວາຍ ຍັງສ້າງຄອນເທ້ນໃຫ້ກັບຕົນເອງບໍເລີກໂດຍເກມລ່າສຸູດທີ່ ແມນເຊັດເຕີ ຢູໄນເຕັດ ເສືອນເອົາຊະນະ ນໍຣິດ ຊິຕີ້ ໃນເກມ ພີເມຍລີກ ອັງກິດ ໃນຄືນວັນເສົາທີ່ຜ່ານມາ ຜູ້ກ່ຽວໂຊຟອມ ຈໍລະເຂ້ ຟາດຫາງໃສ່ ປໍ ປັອກບາ ຫມູ່ຮ່ວມທີມແບບບໍ່ຮູ້ໂຕ ຈົນດາວເຕະທີມຊາດຝຣັ່ງເສດ ໃຈຂຶ້ນທັນທີ ຈົນ ຄຣິສເຕຍໂນ່ ໂຣນັລໂດ່ ເຂົ້າມາປອບ ປໍ ປັອກບາ ສະແດງທີ່ທີອອກມາດ້ວຍຄວາມບໍ່ພໍໃຈສຸດໆຫລັງຈາກທີ່ຖືກຟາກດ້ວຍຂາຫລັງເຂົ້າທີ່ຂະຫມັບຢ່າງຈັງໃນຈັງຫວະພະຍາຍາມເຂົ້າຍິງປະຕູໃສ່ ນໍຣິດ ຈົນເຮັດໃຫ້ມີເລືອດອອກ ຈັງຫວະດັ່ງກ່າວເກີເຂຶ້ນເມື່ອ ອະເລັກ ເຕວລີສ ເປີດບານມາທີ່ຫນ້າປະຕູເຊິ່ງ ຄີຣິສເຄຍໂນ່ ໂຣນັລໂດ້ໄດ້ກະໂດດໂຕຂຶ້ນເອົາຫົວໂມ່ງບານ ແຕ່ທາງທີມ ຄຣູ ສາມາດປ້ອງກັນໄວ້ໄດ້ ແນວໃດກໍ່ດີ ຫລັງຈາກຊັອດທີ່ ໂຣນັລໂດ້ ໂມ່ງນັ້ນ ແຮຣີ່ ແມັກກວາຍໄດ້ຢືນຢູ່ດ້ານຫລັງແຂ່້ງໂປຕູເກດ ພະຍາຍາມທີ່ຈະຫລິ້ນບານດ້ວຍການໂມ່ງ ແຕ່ວ່າຈັ່ງຫວະກັບເສຍຫລັກຂາດ້ານຫລັງຂອງກັບຕັນ”ຜີສາດແດງ”ໄປຟາດເຂົ້າທີ່ບໍລິເວນຫນ້າຂອງປັອກບາເຕັມໆ Look at Harry Maguire 😂😂😂😂The way Pogba got angry
17 Apr 2022
ພຣີເມຍລີກ ອັງກິດ
ຣັງນິກຍອມຮັບວ່າບໍ່ຮູ້ວ່າມີແຂ້ງຈະຍ້າຍອອກຈາກທີມໃນຊ່ວງເດືອນມັງກອນນີ້ຫຼືບໍ່
ຣາບ ຣັງນິກ ກຸນຊືຂັດຕາທັບຂອງ ແມນໆ ຢູໄນເຕັດ ລະບຸວ່າລາວບໍ່ຮູ້ຄືກັນວ່າໃນເດືອນມັງກອນນີ້ຈະມີໃຜຈະຍ້າຍອອກຈາກທີມຫຼືບໍ່ ພ້ອມກັບຊົມເຊີຍ ແຮ ຣີ່ ແມັກກວາຍ ອີກວ່າເຮັດຫນ້າທີ່ໄດ້ຄູ່ຄວນກັບຕຳແຫນ່ງກັບຕັນທີມສຸດໆ ຣາບ ຣັງນິກ ຜູ້ຈັດການທີມຊົ່ວຄາວຂອງ ແມນເຊັດເຕີຢູໄນເຕັດ ກ່ວາວ່າຕົນເອງບໍ່ສາມາດບອກໄດ້ວ່າຈະມີນັກເຕະຄົນໃດທີ່ຈະຍ້າຍອອກຈາກທີມໃນຕະຫລອດຊ່ວງເດືອນມັງກອນນີ້ຫລືບໍ່ ໂດຍບອກພຽງແຕ່ວ່າຮູ້ວ່າບາງຄົນທີ່ຕ້ອງການບອກລາທີມ ຕະຫລອດຊ່ວງຫລາຍມື້ທີ່ຜ່ານມາມີນັກເຕະຫລາຍຄົນຂອງ ແມນເຊັດເຕີ ທີ່ຕົກເປັນຂ່າວວ່າບໍ່ມີຄວາມສຸກກັບສະຖານະການຂອງຕົນເອງແລະຕ້ອງການບອກລາ່ທີມໂດຍດ່ວນ ຕົວຢ່າງ ເຈສຊີ ລິນກາດ ແລະດອນນີ່ ຟານເດິເບັດ ແຕ່ຈົນເຖິງຕອນນີ້ກໍ່ຍັງບໍ່ມີໃຜຍ້າຍອອກຈາກທີມແມ່ນແຕ່ຄົນດຽວ ຫລັງຖືກຖາມວ່າ ຈະມີນັກເຕະແມນຢູໄນເຕັດ ຄົນໃດທີ່ຈະຍ້າຍອອກຈາກທີມໄປໃນຕະຫລາດຊ່ວງເດືອນມັງກອນນີ້ຫລືບໍ່ນັ້ນ ຣັງນິກ ຕອບວ່າ “ຂ້ອຍກໍ່ບໍ່ຮູ້ຄືກັນ ຂ້ອຍຮູ້ແຕ່ວ່ານັກເຕະຄົນໃດທີ່ຈະຍ້າຍອອກຈາກທີມ ຂ້ອຍຮູ້ດີວ່າມີການເຈລະຈາກັບສະໂມສອນອຶ່ນທຢູ່ແລ້ວ ແຕ່ຂ້ອຍກໍ່ບໍ່ໄດ້ມີສ່ວນຮ່ວມກັບເລື່ອງນີ້ເລີຍ ຖ້າມັນມີອີຫຍັງເກີດຂື້ນກໍ່ຄົງຈະມີການແຈ້ງໃຫ້ຂ້ອຍຮັບຮູ້ນ້ັນເອງລະ” ກຸນຊືຊາວເຢຍລະມັນກ່າວຄຳຊົມເຊີຍ ແຮຣີ່ ແມັກກວາຍ ອີກວ່າ ລາວເຮັດໂຕເປັນກັບຕັນທີມໄດ້ດີ ຈາກການທີ່ລາວໃສ່ປອກແຂນອີກຄັ້ງໃນນັດລ່າສຸດທີ່ຊະນະ ເວສແຮມ ຢູໄນເຕັດ 1-0 ລາວສ້າງຜົນງານໄດ້ດີສຸດໆ ໃນດ້ານເກມຮັບ ລາວພະຍາຍາມຮ້ອງຢູ່ຕະຫລອດອີກ ລາວຫລິ້ນໄດ້ຕາມແບບທີ່ລາວເປັນກັບຕັນທີມທີ່ລາວສົມຄວນທີ່ຈະໄດ້ຮັບ ຣັງນິກຍອມຮັບວ່າບໍ່ຮູ້ວ່າມີແຂ້ງຈະຍ້າຍອອກຈາກທີມໃນຊ່ວງເດືອນມັງກອນນີ້ຫຼືບໍ່ was last modified: January 24th,
24 Jan 2022
Football News
Keane ນໍ້າຕາໄຫຼໃສ່ຜູ້ຮັກສາປະຕູຂອງ Man Utd ສໍາລັບການສະຫລອງ: ‘Maguire ທີ່ຫນ້າອາຍເປັນຄວາມອັບປະຫຍົດ’
Harry Maguire ໄດ້ຖືກລົງໂທດໂດຍ Roy Keane ສໍາລັບການສະຫລອງເປົ້າຫມາຍຂອງລາວຕໍ່ກັບ Albania ໂດຍການເອົາມືໃສ່ຫູຂອງລາວ. ອີງຕາມການຢ່າງໂກດແຄ້ນຂອງ Roy Keane, ການສະຫລອງຂອງ Harry Maguire ໃນການແຂ່ງຂັນເຕະບານໂລກຂອງອັງກິດກັບ Albania ແມ່ນ “ຫນ້າອັບອາຍ” ນັບຕັ້ງແຕ່ລາວໄດ້ “ເຮັດໃຫ້ກຽດສັກສີ” ຢູ່ Manchester United. Maguire ຜູ້ຈັດການທີມຂອງ United ໄດ້ຍິງປະຕູທໍາອິດຂອງອັງກິດ 5 ປະຕູໃນເຄິ່ງທໍາອິດທີ່ Wembley ໃນວັນສຸກ, ມຸ່ງຫນ້າໃສ່ລູກ Reece James. ເຄວິນ ເຄນ ອະດີດກອງໜ້າຂອງ ຢູໄນເຕັດ ທີ່ໄດ້ຊະນະ 13 ລາງວັນໃຫຍ່ຢູ່ Old Trafford ແລະເປັນຕົວສໍາຄັນໃນລະດູການຊະນະ3ຂອງສະໂມສອນໃນປີ 1998-99, ມີຄວາມໂກດແຄ້ນຕໍ່ການຕັດສິນໃຈດັ່ງກ່າວ. “ເມື່ອຜູ້ຫຼິ້ນໄດ້ປະຕູແລະເອົາມືຂອງລາວໄປໃສ່ຫູຂອງລາວຄືກັບວ່າ ‘ປິດສຽງນັກວິຈານ. ແຕ່ຂ້ອຍຄິດວ່າມັນເປັນເລື່ອງທີ່ຫນ້າອັບອາຍ,” Keane ໄດ້ເວົ້າກັບ ITV. “ລາວເປັນຄວາມອັບອາຍໃນສອງສາມເດືອນທີ່ຜ່ານມາຢູ່ Man United.
13 Nov 2021
Football News
Maguire ເຊື່ອວ່າ Man United ຍັງສາມາດບັນລຸສິ່ງຕ່າງໆໄດ້ໃນລະດູການນີ້
Harry Maguire ກອງຫຼັງຂອງ Manchester United ໄດ້ໃຫ້ຄວາມເຫັນກ່ຽວກັບຜົນງານຂອງທີມເມື່ອບໍ່ດົນມານີ້ ຫຼັງຈາກທີມທີ່ເສຍໃຫ້ກັບ Liverpool 5-0 ໃນວັນອາທິດທີ່ຜ່ານມາ. “ມັນເປັນອາທິດທີ່ຫຍຸ້ງຍາກ, ແນ່ນອນ, ທ່ານບໍ່ສາມາດຂັດສິ່ງເຫຼົ່ານີ້ອອກໄດ້, ໂດຍສະເພາະເມື່ອທ່ານສູນເສຍຄູ່ແຂ່ງຂອງເຈົ້າ. ການສູນເສຍໃນແບບທີ່ພວກເຮົາໄດ້ເຮັດນັ້ນເປັນທີ່ຜິດຫວັງ. ພວກເຮົາໄດ້ວິເຄາະເກມແລະເປົ້າຫມາຍແລະເບິ່ງວ່າພວກເຮົາສາມາດເຮັດໄດ້ດີກວ່າແລະປັບປຸງແນວໃດ. ນັ້ນແມ່ນສິ່ງທີ່ສໍາຄັນທີ່ສຸດໃນປັດຈຸບັນ, ພວກເຮົາຈໍາເປັນຕ້ອງມາຮ່ວມກັນເປັນກຸ່ມແລະສະໂມສອນ. ພວກເຮົາຮູ້ວ່າແຟນຂອງພວກເຮົາຈະຢູ່ກັບພວກເຮົາແລະມາວັນເສົາທີ່ Tottenham. ມັນເປັນເລື່ອງຍາກທີ່ຈະກ້າວຕໍ່ໄປ ແຕ່ພວກເຮົາຕ້ອງກ້າວຕໍ່ໄປ. ມີຫຼາຍເກມທີ່ຈະຫລິ້ນໃນ Premier League, ພວກເຮົາຢູ່ໃນຕໍາແຫນ່ງທີ່ເຂັ້ມແຂງໃນກຸ່ມ i ໃນ Champions League ແລະພວກເຮົາຍັງຢູ່ໃນຕົ້ນລະດູການ ແລະມັນເປັນລະດູການທີ່ພວກເຮົາຮູ້ວ່າພວກເຮົາຍັງສາມາດບັນລຸສິ່ງຕ່າງໆໄດ້, – ຄົນອັງກິດບອກກັບສື່ຂອງສະໂມສອນ. Maguire ເຊື່ອວ່າ Man United ຍັງສາມາດບັນລຸສິ່ງຕ່າງໆໄດ້ໃນລະດູການນີ້ was last modified: October 30th, 2021 by Vanxay
30 Oct 2021
ພຣີເມຍລີກ ອັງກິດ
Maguire:“ Man Utd ຄວນມີຊື່ຕຳແໜ່ງໃນ EPL. ອັນດັບທີສອງແມ່ນບໍ່ພຽງພໍສຳລັບພວກເຮົາ”
ທ່ານ Harry Maguire ຫົວໜ້າທີມຂອງແມນເຊັສເຕີຢູໄນເຕັດໄດ້ແບ່ງປັນຄວາມຄິດເຫັນຂອງຕົນກ່ຽວກັບຜົນງານຂອງທີມໃນ EPL “ ຂ້ອຍຄິດວ່າພວກເຮົາມີຄວາມກ້າວໜ້າ. ຖ້າທ່ານປຽບທຽບມັນກັບລະດູການທີ່ຜ່ານມາ, ພວກເຮົາໄດ້ປັບປຸງຢ່າງແນ່ນອນ,” Maguire ບອກ Gary Neville. “ພວກເຮົາມີຊຸດດີໆ, ແຕ່ຊຸດຂອງແມນຊິຕີແມ່ນສິ່ງທີ່ບໍ່ໜ້າເຊື່ອ. ທ່ານຕ້ອງໃຫ້ພວກເຂົາມີເຄດິດຫຼາຍໆ, ພວກເຂົາບໍ່ໄດ້ສູນເສຍໃຫ້ໃຜປະມານ 20 ເກມຕິດຕໍ່ກັນ “ “ ໃນອີກດ້ານໜຶ່ງ, ແມນຢູກໍ່ເສຍຄະແນນຢ່າງໂງ່ຈ້າໃນການແຂ່ງຂັນງ່າຍໆ. ພວກເຮົາຮູ້ວ່າພວກເຮົາສາມາດເຮັດໄດ້ດີກວ່າໃນບາງເກມ, ບາງຄົນກໍ່ເປັນຄົນທີ່ບໍ່ສຸພາບຕໍ່ຄົນອື່ນ ແລະກ່ອນການແຂ່ງຂັນຂັ້ນເທິງທ່ານຕ້ອງອອກໄປສະໜາມດ້ວຍຄວາມເຊື່ອຖືໃນການຊະນະ” “ ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນຄວາມກ້າວໜ້າ. ພວກເຮົາຕ້ອງເອົາຕຳແໜ່ງໃນ Premier League. ອັນດັບສອງແມ່ນບໍ່ພຽງພໍສຳລັບພວກເຮົາ, ຂ້າພະເຈົ້າແນ່ໃຈວ່າບັນດາເດັກໆຈະເຫັນດີນຳເລື່ອງນັ້ນ ” Maguire:“ Man Utd ຄວນມີຊື່ຕຳແໜ່ງໃນ EPL. ອັນດັບທີສອງແມ່ນບໍ່ພຽງພໍສຳລັບພວກເຮົາ” was last modified: May 25th, 2021 by Vanxay
25 May 2021