Kevin De Bruyne
ພຣີເມຍລີກ ອັງກິດ
ຂາດບໍ່ໄດ້ແທ້ໆ! ເປັບ ຍົກເດິບອຍສຸດສຳຄັນຕໍ່ແມນຊິຕີ້
ເປັບ ກວາດີໂອລ່າ ກຸນຊືທີມ ແມນເຊັດເຕີ ຊິຕີ້ ຍົກຍໍ ເຄວິນ ເດິບອຍ ໃນຊົ່ວໂມງນີ້ສຳຄັນສຸດໆ ຕໍ່ທີມຫລັງບຸກໄປເອົາຊະນະ ວູຟແຮມຕັນ ວັນເດິເຣສ 5-1 ພ້ອມສະແດງຄວາມຫມັ້ນໃຈ ເອີລີງ ຮາແລນ ວ່າທີ່ດາວຍິງຄົນໃຫມ່ ຈະໄດ້ໄດ້ງາມກັບທັບ “ເຮືອໃບສີຟ້າ” ເປັບ ກວາດີໂອລ່າ ຜູ້ຈັກການທີມ ແມນເຊັດເຕີ ຊິຕີ້ ກ່າວຄຳຊົມເຊີິຍ ເຄວິນ ເດິ ບອຍ ກອງກາງຄົນເກັ່ງຊາວເບວຢ້ຽມວ່າ ເປັນຜູ້ຫລິ້ນທີ່ສຳຄັນສຸດໆ ຂອງທີມໃນຊ່ວງນີ້ ທີ່ ເດິບອຍ ລະເບີດຟອມໂຫດ ກົດຄົນດຽວ 4 ປະຕູ ໃນເກມ ພີເມຍລີກ ອັງກິດ ໃນວັນທີ 11 ທີ່ຜ່ານມມາ ທີ່ເຈີກັບ ວູຟແຮມຕັນ “ເຮົາມີເກມທີ່ສຸດຍອດທີ່ສະຫນາມແຫ່ງນີ້ ເຊິ່ງເຮົາຮູ້ດີິວ່າ ການມາເຢືອນີ້ມັນຍາກລຳບາກພຽງໃດ ມື້ນີ້ເຮົາສາມາດເກັບແຕ້ມໄດ້ຕາມເປົ້າຫມາຍ ຫລັງຈາກນີ້ເຮົາກໍ່ພັກຜ່ອນ ແລະລຸຍຕໍ່ໃນເກມໃນເກມ ກັບ ເວສແຮມ(ວັນອາທິດທີ 15 ພຶດສະພານີ້)
12 May 2022
ພຣີເມຍລີກ ອັງກິດ
“ເດິ ບອຍ” ເຫມົາ 4! ແມນຊິຕີ້ມູ້ງຫນ້າສູ່ແຊ້ມບົດ ວູຟແບບສະບາຍຕີນຫນີຫ່າງລິເວີພູລ 3 ແຕ້ມ
“ເຮືອໃບສີຟ້າ” ທີມຈ່າຝຸງ ສ້າງຜົນງານໄດ້ຕາມເປົ້າຫມາຍບຸກໄປຖະຫລົ່ມ ວູຟ ແຮມຕັນ ເຮໃນລີກ 5 ເກມຕິດ ເກັບແຕ້ມເພີ້ມເປັນ 89 ຄະແນນ ຂະຍັບຂຶ້ນຫນີຫ່າງ ລິເວີພູລ 3 ແຕ້ມແຖມບວກປະຕູໄດ້ເສຍດີກ່ວາ 7 ລູກໂດຍເຫລືອການແຂ່ງຂັນພຽງແຕ່ 2 ນັດ ໃນເສິກບານເຕະ ພີເມຍລີກ ອັງກິດ ໃນຄືນວັນພຸດທີ່ຜ່ານມາ ສະຫນາມ : ໂມລິນິວ ກຣາວ “ເດິ ບອຍ” ເຫມົາ 4! ແມນຊິຕີ້ມູ້ງຫນ້າສູ່ແຊ້ມບົດ ວູຟແບບສະບາຍຕີນຫນີຫ່າງລິເວີພູລ 3 ແຕ້ມ was last modified: May 12th, 2022 by Vanxay
12 May 2022
ພຣີເມຍລີກ ອັງກິດ
ລິເວີພລູລໍກ່ອນ! ເປັບໂລ່ງໃຈ ເດິບອຍຄຳແບັກພາແມນຊິຕີ້ກັບນຳຈ່າຝຸງ
ເປັບ ກວາດິໂອລ່າ ຜູ້ຈັດການທີມ ແມນໆ ຊິຕີ້ ສະແດງຄວາມຄິດພໍໃຈທີ່ທີມໄດ້ ເຄວິນ ເດິບອຍ ຈອມທັບຄົນສຳຄັນຟິດກັບມາປັ້ນເກມໃຫ້ທີມສະຫຍົບ ໃບຣຕັນ ລົງໄດ້ຕາມຄາດຫມາຍ 3-0 ພ້ອມກັບໄປນຳເປັນຈ່າຝຸງ ພີເມຍລີກ ໄດ້ສຳເລັດຈາກການຟາດແຂ່ງທີ່ ເອຕິຮັດ ສະເຕດ້ຽມ ມື້ວັນພຸດທີ່ 20 ເມສາ ເຮືອໃບສີຟ້າ ບໍ່ສ່ຽງໃຊ້ງານສະຕຣາທີມຊາດເບລຢ້ຽມໃນເກມ ເອຟເອ ຄັບ ຮອບຕັດເຊືອກທີ່ ແພ້ຕໍ່ ລິເວີພູລ ເນື່ງອຈາກເຂົາມີການບາດເຈັບມາຈາກເກມ ແຊ້ມປ້ຽນລີກ ແມັດທີ່ບຸກໄປເຢືອນ ແອດເລຕິໂກ ມາດຣິດ ໂດຍໃນເກມຕ້ອນຮັບ ນົກນາງນວນ ເດິບອຍ ຟິດກັບມາລົງສະຫນາມໄດ້ ແຖງຍັງໂຊຟອມໄດ້ຢ່າງຮ້າຍກາດພາທີມເກັບ 3 ແຕ້ມແຊງນຳ ເຣັດ ແມຊີນ ໄດ້ຢ່າງທີ່ຄາດຫວັງ “ມັນເປັນບົດທົດສອບທີ່ດີ ແລະເຮົາຕອບສະຫນອງໄດ້ຢ່າງຍອດຢ້ຽມ ດ້ວຍເຫດຜົນນີ້ເຮົາຈິ່ງຊະນະ” “ເຮົາບໍ່ປ່ອຍໃຫ້ເຂົາຫລິ້ນ ໄບຣຕັນ ມີຄູນນະພາບເຄີ່ງຫລັງເຮົາໄດ້ປະຕູເຊິ່ງເຮົາເຮັດບໍ່ໄດ້ໃນເຄີ່ງທຳອິດ” “ເຮົາຍັງເຫລືອອີພຽງແຕ່ເດືອນດຽວ ເທົ່ານັ້ນທີ່ຈະປິດສາກ ພີເມຍລີກ ແລະເຮົາຮູ້ດີວ່າເຮົາເຮັດອີຫຍັງ ຫາກວ່າເຮົາເສຍສອງແຕ້ມ ລິເວີພູລ ກໍ່ຈະເປັນແຊ້ມ
21 Apr 2022
ພຣີເມຍລີກ ອັງກິດ
ແຟນຊິຕີ້ລຸ້ນ!ເປັບອັບເດດຄວາມພ້ອມເດິບອຍ,ວໍເກີກ່ອນຟັດກັບລິເວີພູລ
ເປັບ ກວາດິດິໂອລ່າ ກຸນຊື ແມນເຊັດເຕີ ຊິຕີ້ ອັບເດດຄວາມພ້ອມຟິດຂອງ ເຄວິນ ເດິບອຍ ກັບ ໄຄ ວໍເກີ ກ່ອນດວນກັບ ລະເວີພູລ ໃນເກມ ເອຟເອຄັບ ຮອບຕັດເຊືຶອກ ຄືນວັນເສົາ ພ້ອມເວົ້າເຖິງຄວາມພ້ອມຂອງ ຣູເບນ ດິອາສ ອີຫນຶ່ງແຂ້ງແກນຫລັກຂອງທີມອີກ ເປັບ ກວາດິດິໂອລ່າ ຜູ້ຈັດການທີມ ແມນເຊັດເຕີ ຊິຕີ້ ຍັງຄົງໃຫ້ຄຳຕອບບໍ່ໄດ້ວ່າ ເຄວິນ ເດິບອຍ ແລະ ໄຄ ວໍເກີ ສອງຜູ້ຫລິ້ນແກນຫລັກ ຈະພ້ອມລົງສະຫນາມຊ່ວຍເຫລືອທີມໄດ້ຫລືບໍ່ ສຳຫລັບເກມ ເອຟເອຄັບ ຮອບຮອງຊະນະເລີດທີ່ “ເຮືອໃບສີຟ້າ” ມີຄິວດວນກັບ ລິເວີພູລ ທີ່ສັງວຽນແຂ້ງເວມບຼີ ສະເຕດ້ຽມ ວັນເສົາທີ່ 16 ເມສານີ້ ທັງນີ້ ເດິບອຍ ແລະ ວໍເກີ ຕ່າງກໍ່ໄດ້ຮັບບາດເຈັບແລະຖືກປ່ຽນໂຕອອກໃນຊ່ວງເຄິ່ງຫລັງໃນເກມ ຢູຟ່າ ແຊ້ມປ້ຽນ ລີກ ຮອບກ່ອນຮອງຊະນະເລີດ ນັດສອງ
16 Apr 2022
ພຣີເມຍລີກ ອັງກິດ
ເປີດໂຜທີມຍອດຢ້ຽມພີເມຍລີກ ນັດທີ່ 32
ທີມຍອດຢ້ຽມ ພີເມຍລີກ ປະຈຳອາທິດທີ່ 32 ມີນັກເຕະຈາກຫລາກຫລາຍທີ່ຕິດເຂົ້າມາ ໄປເບິ່ງກັນເລີຍວ່າມີໃຜແດ່ທີ່ມີລາຍຊືຕິດເຂົ້າມາ! ຜູ້ຮັກສາປະຕູ : ຈໍແດນ ພັກຟອດ(ເອຟເວີຕັນ) ເປັນອີກຫນຶ່ງນາຍດ່ານທີ່ໂຊຟອດໄດ້ດີທີ່ສຸດປະຈຳນັດທີ່ຜ່ານມາ ແຕ່ສິ່ງທີ່ເຮັດໃຫ້ພິກຟອດ ບຽດກັບຕັນຕລັບໄກ່ຕິດມາໄດ້ນັ້ນຄືຄວາມຍາກໃນການເຊຟແຕ່ລະເທື່ອເຊິ່ງມັນສົ່ງຜົນໃຫ້ເອຟເວີຕັນ ຄວ້າໄຊເຫນືອແມນໆ ຢູໄນເຕັດ ກອງຫລັງ : ແດນ ເບິນ(ນິວຄາສເຊິ່ລ) ນິວຄາສເຊິີ່ລ ຄວ້າໄຊແລະເກັບຄຣີນຊິດໄດ້ສ່ວນຫນຶ່ງເພາະການຫລິ້ນເກມຮັບຂອງ ເບີ່ນລີ່ທີ່ ດວນເອົາຊະນະລູກກາງອາກາດໄດ້ຫລາຍເຖີງ 5 ຄັ້ງ ກອງຫລັງ : ອັນໂຕນິໂອ ຣືດິເກີ(ເຊລຊີ) ມີສ່ວນຮ່ວມກັບທີມໃຊ້ສະເພາກັບເກມຮັບເທົ່ານັ້ນ ຣືດິເກີ ຜ່ານບານໃນເກມເຈີ ເຊົາແຮມຕັນ ຫລາຍເຖິງ 97 ຄັ້ງຫລາຍທີ່ສຸດໃນສະຫນາມ ລວມໄປເຖິງການນຳບານມາຄອງເຖິງ 10 ເທື່ອ ກອງຫລັງ : ເຟີກິລ ຟານໄດ້(ລິເວີພູລ) ເຖິງວ່າທີມຈະເສີຍສອງປະຕູກໍ່ຕາມ ແຕ່ຜົນງານສ່ວນໂຕຂອງ ຟານໄດ້ ຖືວ່າສຸດຍອດໄປເລີຍ ໂດຍສະເພາະການເອົາຊະນະໃນການດວນໂຕຕໍ່ໂຕກັບ ຣາຮີມ ສະເຕີລິງ ທີ່ລາວຈັດການໄດ້ຢ່າງຢູຫມັດ ກອງຫລັງ : ເບນ ກິີ້ບສັນ(ນໍຣິດ)
11 Apr 2022
ພຣີເມຍລີກ ອັງກິດ
ເກມຊີ້ສະຕາ!ເດິບອຍເວົ້າຈະນຳແມນຊິຕີ້ປາບລິເວີພູລກ້າວສູ່ 3 ແຊ້ມ
ເຄວິນ ເດິບອຍ ຈອມທັບ ແມນເຊັດເຕີ ຊິຕີ້ ກະຕຸ້ນເພື່ອນຮ່ວມທີມສ້າງຜົນງານໃຫ້ດີທີ່ສຸດໃນເກມກັບ ລິເວີພູລ ເພາະນັ້ນເປັນຈຸດເລິ່ມຕົ້ນສຳຄັນທີ່ຈະນຳ “ເຮືອໃບ”ກ້າວໄປສູ່ການຄ້ວາແຊ້ມ 3 ແຊ້ມໃນລະດູການນີ້ ເຄວິນ ເດິບອຍ ເພລເມັກເກີ້ແມນເຊັດເຕີ ຊິຕີ້ ປະກາດກອງທັບ “ເຮືອໃບ” ພ້ອມທີ່ຈະກ້າວເຂົ້າສູ່ການຄວ້າທີບເບິ່ລແຊ້ມໃນວັນອາທິດທີ່ 10 ເມສາ ນີ້ ດ້ວຍດ້ວຍການປາບ “ຫົງແດງ” ລິເວີພູລ ໃນເກມ ພີເມຍລີກ ອັງກິດ ທ້າຍອາທິດນີ້ ແມນໆ ຊິຕີ້ ມີຄິວຮັບມືກັບທີມຂອງກຸນຊື ເຈີເກ້ນ ຄລັອບ ທີ່ສະຫນາມເອຕິຮັດ ສະເຕດ້ຽມ ໂດຍຫລາຍໆຄົນເບິ່ງວ່າແມດນີ້ອາດຈະເປັນແມດທີ່ຊີ້ສະຕາການຕັດສິນແຊ້ມ ເຊິະ່ງຖ້າຫາກວ່າ “ເຮືອໃບ”ຊະນະພວກເຂົາກໍ່ຈະນຳແຕ້ມຫນີອອກຫ່າງ “ເດິ ເຣັດ” 4 ຄະແນນ ເຮັດໃຫ້ມີໂອກາດສູ່ງໃນການທີ່ຈະຄ້ວາແຊ້ມລີກເປັນສະໄຫມທີ່ 4 ໃນຮອບ 5 ປີ ເດິ ບອຍ ເວົ້າວ່າ ຕົ້ນສັງກັດຂອງຕົນຕ້ອງການທີ່ຈະຄ້ວາແຊ້ມ ພີເມຍລີກ,ຢູຟ່າ ແຊ້ມປ້ຽນລີກແລພເອຟຟເອຄັບ ໃນຊິຊັ່ນນີ້ ແຕ່ສິ່ງສຳຄັນກໍ່ຄືພວກເຂົາຈະຕ້ອງເກັບໄຊຊະນະໃຫ້ໄດ້ທັງຫມດ”ນັ້ນເປັນເລື່ອງຂອງສະພາບຈິດໃຈ
08 Apr 2022
ພຣີເມຍລີກ ອັງກິດ
ຝັນໄປເຖິເດິຄລັອບ!ເດິບອຍລັ່ນຂໍຢຸດລິເວີພູລໄດ້ແຕ່ແຊ້ມຄາລາບາວ
ອະລັງການສຸດໆ ເຄວິນ ເດິ ບອຍ ຈອມທັບທີມ ແມນໆ ຊິຕີ້ ປະກາດສົງຄາມເຕັມຮູບແບບກັບ ລິເວີພູລ ແລ້ວດ້ວຍການກ່າວປະກາດຂໍທຳລາຍຄວາມຝັນ 4 ລາຍການຂອງທີມຄູ່ປັບສຳຄັນໃຫ້ຢຸດຢູ່ພຽງແຊ້ມ ຄາລະບາວຄັບ ໃບດຽວເທົ່ານັ້ນ ເຖິງຂະນະນີ້ການຊິງຄວາມຍິ່ງໃຫຍ່ໃຫຍ່ໃນຊີຊັ່ນນີ້ 2021/22 ຂອງແມນໆ ຊິຕີ້ ກັບ ລິເວີພູລ ກຳລັງເປັນໄປໄດ້ຢ່າງດຸເດືອດເຜັດຮ້ອນໂດຍ ເປັນ ກວາດິໂອລ່າ ຍາຍໃຫຍ່ເຮືອໃບສີຟ້າ ສົ່ງສັນຍານອອກມາວ່າຕ້ອງການພາທີມ ຄ້ວາແຊ້ມ ຫລັງນຳທັບ ເຮືອໃບບຸກໄປຖະຫລົ່ມ ເຊົາແຮມຕັນ 4-1 ຜ່ານເຂົ້າຮອບຕັດເຊືອກຖ້ວຍ ເອຟເອ ຄັບ ເປັນຜົນສຳເລັດໂດຍທີມຈ່າຝຸງ ພີເມຍລີກ ມີລຸ້ນຄວ້າຖ້ວຍໂທຟີ່ແຊ້ມປ້ຽນລີກ ອີກລາຍການ ທາງດ້ານຫົງແດງຍັງຄົງຢູ່ໃນເສັ້ນທາງການເຫມົາຄວ້າແຊ້ມ 4 ລາຍການໃນຊີຊັ່ນດຽວ ຂອງເຈີເເກັ້ນ ຄລັອບ ປະສົບກັບຄວາມສຳເລັດດ້ວຍການເປັນເຈົ້າຂອງຖ້ວຍ ຄາລະບາວ ຄັບ ຮຽບຮ້ອຍແລ້ວ ຈົນລ່າສຸກບຸກເອົາຊະນະ ຟໍເຣສ ຜ່ານເຂົ້າຮອບຕັດເຊືອກ ເອຟເອ ຄັບໄດ້ຄືກັນ ປະກົດວ່າທັງສອງທີມຍັກໃຫຍ່ ພີເມຍລີກ ຖືກຈັບສະຫລາກໃຫ້ເຈີກັບເຊິ່ງຫມາຍຄວາມວ່າຈະຕ້ອງມີທີມຫນຶ່ງທີ່ຈະຕ້ອງຮັບຄວາມຜິດຫວັງນັ້ນໄປໃນການຄ້ວາແຊ້ມຢ່າງແນ່ນອນ ຈົນກະທັ້ງລ່າສຸດມື້ວັນທີ່
22 Mar 2022
ພຣີເມຍລີກ ອັງກິດ
ແມນຢູແຊ້ມ!!!ເປີດຊື່ 10 ນັກເຕະພີເມຍລີກກັບຄ່າແຮງສູງສຸດ
“ຜີສາດແດງ”ແມນໆ ຢູໄນເຕັດ ຂຶ້ນແທ່ນເປັນສະໂມສອນຂອງພີເມຍລີກ ທີ່ທຸ່ມເທຈ່າຍຄ່າແຮງໃຫ້ກັບພໍ່ຄ້າແຂ້ງຢ່າງງາມເນື່ອງຈາກມີດາວເຕະຂອງທີມຕິດໂຜ່ຮັບຊັບກ້ອນໃຫຍ່ໂຕຫລາຍທີ່ສຸດໃນ10ອັນດັບທຳອິດ ແມ່ນວ່າທີມຈາກ ໂອລ ແທຟຟດ ຈະບໍ່ປະສົບກັບຄວາມສຳເລັດໃນສັງວຽກຢ່າງຈະງຈັງໃນໄລຍະຫລັງ ແຕ່ສະຖານະການທາງການເງິນຂອງສະໂມສອນຍັງຕິດຢູ່ໃນບລະດັບທັອບຂອງວົງການບານເຕະ ເນື່ອງຈາກເປັນທີ່ເຊື່ອກັນວ່າ ພໍ່ຄ້າແຂ້ງ ຜີແດງ ຫລາຍຄົນຕ່າງກໍ່ມີລາຍຮັບແຕ່ລະອາທິດຢ່າງງົດງາມ ກະທັ້ງລ່າສຸດ ມື້ວັນທີ່ 24 ມັງກອນ Sportrac ໄດ້ເປີດເຜີຍຂໍ້ມູນຂອງນັກເຕະທີ່ມີຄ່າແຮງສູງ ໃນພີເມຍລີກ ອອກມາ ເຊິ່ງໃນ 10 ອັນດັບທຳອິດປະກົດວ່າມີສະມາຊິກ ເຣັດ ເດວິສ ຕິດໂພ່ຫລາຍກວ່ວທຸກສະໂມສອນ ແນວໃດກໍ່ດີເປັນທີ່ສັງເກດວ່າຈາກ 10 ລາຍຊື່ລ້ວນແຕ່ເປັນຕົວແທນຈາກສະໂມສອນຖັງຂອງເມືອງ ແມນເຊັດເຕີ ລວມໄປເຖິງອີກສະໂມສອນຈາກເມືອງລອນດອນເຊິ່ງໄດ້ແກ່ເຊລຊີ ສະຫຼຸບ 10 ນັກເຕະທີ່ໄດ້ຄ່າແຮງສູງທີ່ສຸດໃນພີເມຍລີກ 1.ຄຣິສເຕຍໂນ່ ໂຮນັລໂດ້(ແມນໆຢູໄນເຕັດ)510,000ປອນ(ປະມານ22,5ລ້ານບາດ) 2.ເຄວິນ ເດິ ບອຍ(ແມນໆ ຊິຕີ້) 400,000ປອນ(ປະມານ17,7ລ້ານບາດ) 3.ດາບິດ ເດ ເຄອາ(ແມນໆຢູໄນເຕັດ)375,000ປອນ(ປະມານ16,6ລ້ານບາດ) 4.ເຈດອນ ຊານໂຊ່(ແມນໆຢູໄນເຕັດ)350,000ປອນ(ປະມານ15,4ລ້ານບາດ) 5.ຣາຟາແອລ ວາຣານ(ແມນໆຢູໄນເຕັດ)340,000ປອນ(ປະມານ15ລ້ານບາດ) 6.ໂຮເມລູ ລູກາກູ (ເຊລຊີ)325,000ປອນ(ປະມານ 14,3ລ້ານບາດ) 7.ແຈ໊ກ ກຮິລິດ(ແມນໆຊິຕີ້)
25 Jan 2022
ພຣີເມຍລີກ ອັງກິດ
Kevin De Bruyne ຍັງຮູ້ສຶກເຖິງຜົນກະທົບຂອງໂຣກ coronavirus
ນັກກິລາບານເຕະຊາວແບນຊິກ Kevin De Bruyne ໄດ້ເປີດເຜີຍວ່າລາວຍັງສາມາດຮູ້ສຶກເຖິງຜົນກະທົບຂອງໂຣກ coronavirus ໃນຂະນະທີ່ລາວເຮັດວຽກ, ກັບຄືນສູ່ຄວາມຟິດສົມບູນຢ່າງເຕັມທີ່. Kevin De Bruyne ເວົ້າຫຍັງ? ກອງກາງຍິງປະຕູໄດ້ສອງຄັ້ງໃນການຊະນະ ລີດ ຢູໄນເຕັດ 7-0 ຂອງແມນຊິຕີ້ ໃນຄືນວັນອັງຄານນີ້ ໃນການເລີ້ມຕົ້ນພຣີເມຍລີກເປັນຄັ້ງທຳອິດນັບຕັ້ງແຕ່ຕິດເຊື້ອພະຍາດ. Kevin De Bruyne ພາດ 4 ນັດກັບ Covid-19 ເຮັດໃຫ້ລາວທົນທຸກ 6 ເດືອນກັບການໄດ້ຮັບບາດເຈັບຂໍ້ຕີນໃນ Euro 2020, ເຊັ່ນດຽວການປະທະກັນຢ່າງໂຫດຮ້າຍໃນການແຂ່ງຂັນ Champions League ຮອບສຸດທ້າຍກັບ Chelsea. Kevin De Bruyne ກ່າວຕໍ່ບັນດານັກຂ່າວວ່າບາງຄັ້ງລາວຍັງຮູ້ສຶກວ່າຮ່າງກາຍຂອງລາວຍັງກຳລັງປັບຕົວຢູ່, ເພາະວ່າບາງຄັ້ງລາວແລ່ນສອງຫາສາມຄັ້ງແລະລາວຮູ້ສຶກກັບ Covida. De Bruyne ມີຄວາມສຸກທີ່ໄດ້ລົງຫຼິ້ນ 2 ເຕັມ 90 ນາທີຕໍ່ອາທິດ, ສະນັ້ນມັນດີ. ແນ່ນອນ, ລະດູການນີ້ແມ່ນເປັນແນວໃດ. De Bruyne
18 Dec 2021
Football News
De Bruyne: Lewandowski ເປັນນັກເຕະທີ່ດີທີ່ສຸດໃນໂລກ
Kevin De Bruyne ຈາກ Manchester City ເລືອກ Robert Lewandowski ກອງໜ້າຂອງ Bayern Munich ເປັນນັກເຕະທີ່ດີທີ່ສຸດຂອງໂລກເມື່ອຖືກຖາມ. Robert Lewandowski ນັກເຕະຂອງ Bayern Munich ເປັນນັກເຕະທີ່ດີທີ່ສຸດໃນໂລກ. ອີງຕາມ Kevin De Bruyne ກັບຕັນຮູບແບບທີ່ຍິ່ງໃຫຍ່ຂອງໂປແລນແມ່ນການສືບຕໍ່ການສະແດງທີ່ໜ້າຕື່ນຕາຕື່ນໃຈຂອງລາວໃນຊຸມປີມໍ່ມານີ້, ເຊິ່ງລວມເຖິງສາມເທົ່າກັບ Bayern Munich ໃນປີ 2019-20 ແລະ ທຳລາຍສະຖິຕິເປົ້າໝາຍ Bundesliga ຂອງ Gerd Muller ໃນລະດູການທີ່ຜ່ານມາ. De Bruyne ເຊື່ອວ່າການສະແດງຂອງ Lewandowski ຕະຫຼອດສອງປີທີ່ຜ່ານມາສົມຄວນໄດ້ຮັບລາງວັນ Ballon d’Or, ເຊິ່ງຈະມອບໃຫ້ໃນເດືອນຕໍ່ໄປຫຼັງຈາກຖືກເລື່ອນອອກໄປໃນປີກາຍນີ້. De Bruyne ກ່າວວ່າ “ຂ້ອຍຈະຕ້ອງເບິ່ງໄລຍະເວລາສອງປີແລະຂ້ອຍຈະເລືອກ Robert Lewandowski.” “ສຳລັບສິ່ງທີ່ລາວເຮັດໄດ້ຢ່າງສະຫຼາດເປົ້າໝາຍແລະສິ່ງທີ່ລາວໄດ້ຊະນະກັບ Bayern Munich.” De Bruyne:
19 Oct 2021
Football News
“ ດ້ວຍຄວາມເຄົາລົບນັບຖືທັງໝົດ, ພວກເຮົາເປັນພຽງປະເທດແບນຊິກ”-De Bruyne ຕໍ່ໃຫ້ກັບອີຕາລີ1-2
ນັກເຕະຂອງແມນເຊັສເຕີຊິຕີ້ແລະກອງກາງທີມຊາດແບນຊິກຂອງ Kevin De Bruyne ໄດ້ສະທ້ອນໃຫ້ເຫັນເຖິງຜົນງານຂອງທີມຢູ່ທີ່ UEFA Nations League ຫຼັງຈາກທີ່ເອົາຊະນະອີຕາລີ 1-2 ໃນເກມນີ້ເປັນອັນດັບ 3. “ ພວກເຮົາເຮັດໄດ້ດີໃນບາງຄັ້ງກັບສອງຝ່າຍ. ມື້ນີ້ພວກເຮົາຫຼີ້ນກັບຜູ້ມາໃໝ່ຫຼາຍຄົນແລະເຂົາເຈົ້າກໍ່ເຮັດໄດ້ຫຼາຍກວ່າເຊັ່ນກັນ. ມັນເປັນການດີສໍາຫລັບເຂົາເຈົ້າທີ່ຈະສາມາດຫຼິ້ນກັບທີມດັ່ງກ່າວ. ແຕ່ຫນ້າເສຍດາຍພວກເຮົາເສຍສອງຄັ້ງແລະເຂົ້າຮອບ 4 ທີມສຸດທ້າຍ. ດ້ວຍຄວາມເຄົາລົບນັບຖືທັງໝົດ, ພວກເຮົາເປັນພຽງປະເທດແບນຊິກ. ພວກເຮົາພາດຜູ້ຫຼິ້ນຍອດນິຍົມຫຼາຍຄົນເຊັ່ນ: Eden [Hazard] ຫຼື Romelu [Lukaku] ໃນມື້ນີ້. ແລະພວກເຮົາຕ້ອງມີຄວາມເປັນຈິງ: ອີຕາລີແລະຝຣັ່ງມີນັກເຕະດີເດັ່ນ 22 ຄົນ, ພວກເຮົາບໍ່ມີອັນນັ້ນ”, – De Bruyne ກ່າວ, ຕາມທີ່ Het Laatste Nieuws. “ ດ້ວຍຄວາມເຄົາລົບນັບຖືທັງໝົດ, ພວກເຮົາເປັນພຽງປະເທດແບນຊິກ”-De Bruyne ຕໍ່ໃຫ້ກັບອີຕາລີ1-2 was last modified: October 11th, 2021 by Vanxay
11 Oct 2021
Football News
ປະເທດເບລຢ້ຽມຈະຫລິ້ນໂດຍບໍ່ມີ De Bruyne ແລະ Hazard ຕໍ່ອິຕາລີ
ປະເທດແບນຊິກອາດຈະຂາດ Kevin De Bruyne ແລະ Eden Hazard ສຳຫລັບການແຂ່ງຂັນນັດຕໍ່ໄປຂອງພວກເຂົາ, ແຕ່ວ່ານັກເຕະທັງສອງຄາດວ່າຈະໄດ້ລົງຫຼິ້ນໃນຮອບຮອງຊະນະເລີດ. Kevin De Bruyne ແລະແບນຊິກ Eden Hazard ທັງສອງໄດ້ຮັບບາດເຈັບແລະຈະພາດຮອບຮອງຊະນະເລີດ Euro 2020 ຮອບຕໍ່ອີຕາລີ, ອີງຕາມລາຍງານຂອງ Roberto Martinez. ແຊ້ມເອີຣົບທີ່ກຳລັງຄອງອຳນາດໄດ້ຖືກຕົກຮອບ 16 ທີມສຸດທ້າຍເມື່ອ De Bruyne ຖືກປ່ຽນອອກໃນຕອນຕົ້ນໆໃນເຄິ່ງທີ່ສອງຂອງການເອົາຊະນະປອກຕຸຍການ 1-0 ໃນວັນອາທິດຜ່ານ. ກອງກາງຂອງແມນເຊັສເຕີຊິຕີ້ຖືກເຫັນຢູ່ຂ້າງນອກດ້ວຍການເອົານໍ້າກ້ອນໃສ່ຂໍ້ຕີນເບື້ອງຊ້າຍຂອງລາວ, ເຊິ່ງບໍ່ດົນມານີ້ລາວໄດ້ເຂົ້າຮ່ວມກັບ Hazard ໃນເວລາທີ່ນັກເຕະຂອງ Real Madrid ໄດ້ຮັບບາດເຈັບເສັ້ນເອັນຕ້ອຍໃນທ້າຍເກມ. ທ່ານ Martinez ກ່າວຕໍ່ສື່ມວນຊົນໃນວັນຈັນວານນີ້ວ່າ “ຂໍ້ມູນເບື້ອງຕົ້ນທີ່ພວກເຮົາມີຈາກພະນັກງານແພດແມ່ນເປັນຜົນດີຕໍ່ທັງສອງ, ພວກເຂົາຈະຢູ່ກັບທີມແລະມັນຈະບໍ່ມີຄວາມເສຍຫາຍທາງໂຄງສ້າງ.” “ແຕ່ພວກເຮົາໄດ້ໃຊ້ເວລາແລະມັນມີຄວາມຫຍຸ້ງຍາກຫຼາຍທີ່ຈະເຫັນພວກເຂົາມີຄວາມພ້ອມ. ພວກເຮົາຕ້ອງໃຊ້ເວລາທຸກໆມື້ເພື່ອພະຍາຍາມໃຫ້ພວກເຂົາຟິດ. “ພວກເຮົາທຸກຄົນມີຄວາມກັງວົນໃຈກ່ອນທີ່ພວກເຮົາຈະໄດ້ຮັບຂ່າວຈາກການສະແກນແລະຕອນນີ້ເຮົາໂລ່ງໃຈສຳຫລັບທຸກໆສິ່ງທີ່ຕອນນີ້ພວກເຮົາສາມາດເຮັດວຽກກ່ຽວກັບຄວາມພະຍາຍາມທີ່ຈະເຮັດໃຫ້ພວກເຂົາກັບມາຟິດອີກຄັ້ງ.” ປະເທດເບລຢ້ຽມຈະຫລິ້ນໂດຍບໍ່ມີ De Bruyne ແລະ Hazard ຕໍ່ອິຕາລີ was
29 Jun 2021
Football News
De Bruyne ກ່ຽວກັບປະເທດBelgiumໃນຢູໂຣ:“ ທຸກສິ່ງທຸກຢ່າງຈະແຕກຕ່າງກັນໃນການແຂ່ງຂັນບານເຕະຮອບຕັດເຊືອກ. ຖ້າທ່ານເຮັດຜິດ, ທ່ານກໍ່ກັບບ້ານ”
ກອງກາງຂອງປະເທດແບນຊິກ Kevin de Bruyne, ນັກເຕະທີ່ດີທີ່ສຸດຂອງການແຂ່ງຂັນ Euro ຮອບທີສາມຕໍ່ຕ້ານຟິນແລນ (2-0), ໄດ້ແບ່ງປັນຄວາມປະທັບໃຈຂອງລາວໃນເກມ. “ມັນແມ່ນການແຂ່ງຂັນທີ່ຫຍຸ້ງຍາກໃນມື້ນີ້. ພວກເຮົາໄດ້ຮູ້ວ່າຟິນແລນຈະຫຼີ້ນແບບກະທັດຮັດແລະມັນຈະເປັນການຍາກທີ່ຈະເຈາະການປ້ອງກັນຂອງພວກເຂົາ. ແຕ່ຫລັງຈາກທີ່ພວກເຮົາໄດ້ປະຕູ, ພວກເຮົາເຂົ້າໃຈວ່າພວກເຂົາຈະຕ້ອງກ້າວໄປຂ້າງໜ້າ ແລະເກມກໍ່ເປີດກວ້າງຂື້ນ. ພວກເຮົາໄດ້ຫຼິ້ນໃນເຄິ່ງທີ່ສອງດີກວ່າເກົ່າ” De Bruyne ກ່າວຕໍ່ເວັບໄຊທ໌ທາງການຂອງ UEFA. “ ມັນເປັນສິ່ງທີ່ດີທີ່ສຸດທີ່ຈະໄດ້ຮັບລາງວັນສ່ວນບຸກຄົນ, ແຕ່ສິ່ງທີ່ສຳຄັນທີ່ສຸດແມ່ນວິທີການຂອງທີມ. ຂ້ອຍພະຍາຍາມຊ່ວຍທີມໃຫ້ກ້າວໜ້າແລະປັບປຸງຕົວເອງ. ມື້ນີ້ພວກເຮົາໄດ້ຮຽນຮູ້ຫຼາຍຢ່າງ. ດຽວນີ້ພວກເຮົາຈຳເປັນຕ້ອງກຽມຕົວສຳລັບເກມຕໍ່ໄປ.” “ ຂ້ອຍຈະບໍ່ສະຫຼຸບການແຂ່ງຂັນໃນກຸ່ມ, ໃນການແຂ່ງຂັນຫຼີ້ນທຸກຢ່າງຈະແຕກຕ່າງກັນ3, ພວກເຮົາຮູ້ວ່າພວກເຮົາບໍ່ມີຂອບເຂດສຳຫລັບຄວາມຜິດພາດອີກຕໍ່ໄປ. ເຈົ້າເຮັດຜິດ, ເຈົ້າກໍ່ກັບບ້ານ. ພວກເຮົາຈະພະຍາຍາມເປັນແບບຢ່າງ.” De Bruyne ກ່ຽວກັບປະເທດBelgiumໃນຢູໂຣ:“ ທຸກສິ່ງທຸກຢ່າງຈະແຕກຕ່າງກັນໃນການແຂ່ງຂັນບານເຕະຮອບຕັດເຊືອກ. ຖ້າທ່ານເຮັດຜິດ, ທ່ານກໍ່ກັບບ້ານ” was last modified: June 22nd, 2021 by Vanxay
22 Jun 2021
ພຣີເມຍລີກ ອັງກິດ
ແມນເຊັສເຕີຊິຕີ້ຄ້ວາ 4 ຄົນຢູ່ໃນລາຍຊື່ນັກເຕະດີເດັ່ນປະຈຳປີໃນ Premier League
Ruben Dias, Phil Foden, Kevin De Bruyne ແລະ Ilkay Gundogan ລ້ວນແຕ່ໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນໃຫຍ່ຂອງ PFA. ແມນເຊັສເຕີຊິຕີ້ມີນັກເຕະ 4 ຄົນເຂົ້າຮ່ວມການແຂ່ງຂັນບານເຕະຊາຍຍອດຍ້ຽມ PFA Men of the Year. City ໄດ້ຊະນະ Premier League ໃນລະດູການນີ້ໂດຍການຊ່ວຍເຫຼືອຈາກ Ruben Dias, Phil Foden, Ilkay Gundogan, ແລະ Kevin De Bruyne. ທັງສີ່ຄົນໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ທີ່ມີຊື່ສຽງໃນ 6 ຄົນຂອງ PFA, ເຊິ່ງຖືກຕັດສິນໂດຍຜູ້ລົງຄະແນນສຽງ. Dias, ຜູ້ທີ່ໄດ້ຮັບລາງວັນສະມາຄົມນັກຂຽນບານເຕະ, ຖືກຖືວ່າເປັນສິ່ງທີ່ມັກທີ່ສຸດຫຼັງຈາກລະດູການເປີດຕົວທີ່ດີເລີດຢູ່ທີ່ City ຫຼັງຈາກການຍ້າຍຈາກ Benfica ໃນປີກາຍນີ້. ແມນເຊັສເຕີຊິຕີ້ຄ້ວາ 4 ຄົນຢູ່ໃນລາຍຊື່ນັກເຕະດີເດັ່ນປະຈຳປີໃນ Premier League was last
03 Jun 2021
ພຣີເມຍລີກ ອັງກິດ
ອັບເດດກ່ຽວກັບການບາດເຈັບຂອງ Kevin De Bruyne
Kevin De Bruyne ກອງກາງຂອງແມນເຊັສເຕີຊິຕີກຽມຈະກັບມາຫຼິ້ນອີກໃນທ້າຍລະດູການນີ້ຫຼັງຈາກທີ່ຫຼີກລ່ຽງການບາດເຈັບຂໍ້ຕີນ. ຫຼັງຈາກຂໍ້ຕີນຂອງລາວເບິ່ງຄືວ່າຈະຕິດຢູ່ໃນສະໜາມໃນການທ້າທາຍກັບ N’Golo Kante, ຊາວເບລຢ້ຽນໄດ້ຖືກດຶງອອກມາໃນຕອນຕົ້ນໆໃນເຄິ່ງທີ່ສອງຂອງການແຂ່ງຂັນເຕະບານ FA Cup ໃນວັນເສົາທີ່ຜ່ານມາທີ່ສູນເສຍໄປ. ມີຄວາມຢ້ານກົວວ່າລະດູການຂອງລາວອາດຈະກາຍມາເປັນຜົນມາຈາກເຫດການທີ່ເກີດຂື້ນ. ອີງຕາມໜັງສືພິມ The New York Times, ນັກເຕະໄວອາຍຸ 29 ປີມີຄວາມກັງວົນວ່າການບາດເຈັບດັ່ງກ່າວຈະເຮັດໃຫ້ລາວຕ້ອງເສຍເວລາເປັນຈຳນວນຫລວງຫລາຍໃນເດືອນຂ້າງໜ້າ, ແຕ່ອີງຕາມໜັງສືພິມ The Athletic ການວິເຄາະຄັ້ງຫຼ້າສຸດໄດ້ຜ່ອນຄາຍຄວາມກັງວົນເຫລົ່ານັ້ນ. De Bruyne ກະດູກບໍ່ໄດ້ຫັກຫລືຈີກຂາດໃດໆາທີ່ສຳຄັນ, ແຕ່ລາວຍັງມີອາການເຈັບແລະການກວດອີກບໍ່ສາມາດເປັນໄປໄດ້ຍ້ອນການໃຄ່ບວມຢູ່ຕີນຂອງລາວ. ອັບເດດກ່ຽວກັບການບາດເຈັບຂອງ Kevin De Bruyne was last modified: April 20th, 2021 by Vanxay
20 Apr 2021