Manchester United
ພຣີເມຍລີກ ອັງກິດ
ຢູ່ຕໍ່ຫລືລາ? ເທນຮາກຕອບແລ້ວເຖິງອານາຄົດໂຣນັລໂດ້ຊີຊັ່ນຫນ້າ
ແຟນບານ “ຜີສາດແດງ” ຫນ້າຈະຖືກໃຈບໍ່ຫນ້ອຍ ຫລັງຈາກຫລ້າສຸດ ເອຣິກ ເທນຮາກ ວ່າທີ່ກຸນຊືຄົນໃຫມ່ ແມນໆ ຢູໄນເຕັດ ອອກໂຮງຢືນຢັນວ່າ ຄຣິສເຕຍໂນ່ ໂຮນັລໂດ້ ຈະຍັງຄົງເປັນກຳລັງສຳຄັນໃຫ້ຕົນ້ສັງກັດຕໍ່ໄປໃນລະດູການຫນ້າ ທ່າມກາງຂ່າວລືໃນການຍ້າຍອອກຈາກຖິ່ນໂອລ ແທຣຟຟອດ ຫລັງຈົບຊີຊັ່ນນີ້ ເທນຮາກ ກຽມທີ່ຈະເຂົ້າມາຮັບງານນາຍໃຫຍ່”ຜີແດງ” ແທນທີ່ ຣາຟ ຣັງນິກ ໂດຍມີລາຍງານວ່າລາວຂໍຍົກເລີກສັນຍາກັບືທີມລູກຫນັງຂອງຮອນແລນລ່ວງຫນ້າ 6ອາທິດ ແລະກຽມທີ່ຈະເດີນທາງມາທີ່ເມືອງຜູ້ດີທັນທີໃນມື້ວັນຈັນ ເພື່ອເລີ່ມຕົນງານກັບ ຢຜີສາດແດງ” ໂດຍໄວທີ່ສຸດ ໃນການທີ່ຈະນຳ ແມນທ ຢູໄນເຕັດ ກ້າວອອກມາຈາກຈຸດມືດກັບມາປະສົບຄວາມສຳເລັດອີກຄັ້ງຫລັງຈາກໃນຊີຊັ່ນນີ້ພວກເຂົາຕ້ອງພົບກັບຊ່ວງເວລາທີ່ແຢ້ບໍ່ໄດ້ໄປຫລິ້ນເສິກ ຢູຟ່າ ແຊ້ມປ້ຽນ ລີກ ໃນລະດູການຫນ້າ ແນວໃດກໍ່ຕາມ ເທນຮາກ ອອກມາເວົ້າເຖິງອະນາຄົດຂອງ ໂຣນັລໂດ້ ຫລັງຄຸມ ອາແຈັກລົງຫລິ້ນເກມສຸດທ້າຍມື້ວັນອາທິດທີ່ຜ່ານມາ “ໂຣນັລໂດ້ ຍັງຄົງເປັນຍອດແຂ້ງ ເພາະລາວໄດ້ສະແດງໃຫ້ເຫັນແລ້ວແລະຂ້ອຍຄິດວ່າລາວຍັງຄົງມີຄວາມຫມູ່ງຫມັ້ນຢູ່ສະເຫມີ” ເທນຮາກ ກ່າວຜ່ານ ເທເລກຣາບ ສື່ດັງ “ແນ່ນອນວ່າຂ້ອຍຕ້ອງການໃຫ້ ໂຣນັລໂດ້ ຢູ່ກັບ ແມນໆ ຢູໄນ້ເຕັດ ຕໍ່ໄປ ລາວມີຄວາມສຳຄັນຫລາຍ
17 May 2022
ພຣີເມຍລີກ ອັງກິດ
ເລີ່ມງານກັບແມນຢູໃນວັນຈັນນີ້? ເທນຮາກຍົກເລີກສັນຍາອາແຈັກກ່ອນກຳຫນົດ
ເອຣິກ ເທນຮາກ ນາຍໃຫຍ່ຄົນໃຫມ່ຂອງ ແມນທ ຢູໄນເຕັດ ສະແດງຄວາມເອົາຈິງຈັງກັບການປຸກ ຜີແດງ ໃຫ້ຕື່ນຈາກຫລັບໄຫລຢ່າງເຕັມທີ່ເຖິງຂັ້ນຍົກເລີກສັນຍາກັບ ອາແຈັກ ລ່ວງຫນ້າເພື່ອເດີນທາງມາເລີ່ມງານໃຫມ່ໃນ ພີເມຍລີກ ທັນທີຕັ້ງແຕ່ວັນຈົນທີ 16 ພຶດສະພາ ເທນ ຮາກ ຄູມທີມ ອາແຈັກ ລົງຫລິ້ິນນັດປິດຊີຊັ່ນດ້ວຍການບຸກໄປສະເຫມີກັບ ວິເທສ 2-2 ມື້່ວັນອາທິດທີ່ 15 ພຶດສະພານີ້ ຫລັງພາທີມປ້ອງກັນແຊ້ມລີກດັດໄດ້ຕັ້ງແຕ່ອາທິດກ່ອນແລ້ວໃນເກມເປີດບ້ານຖະຫລົ່ມ ຮີເວນວິນ 5-0 ແມ່ນວ່າຈະປະສົບຄວາມສຳເລັດກັບສະໂມສອນກ່ອນຍ້າຍໄປຮ່ວມງານກັບ ແມນໆ ຢູໄນເຕັດ ໃນຊີຊັ່ນຫນ້າ ແຕ່ລ້າສຸດມີການເປີດເຜີຍວ່າໃຈຂອງ ເທນຮາກ ລອຍໄປຢູ່ທີ່ ໂອລ ແທຟຟອດ ແລ້ວເນື່ອງຈາກເຂົາບໍ່ຂໍໄປຮ່ວມເດີນທາງທົວປຣີຊີຊັ່ນກັບ ອາແຈັກ ແລະ ເດິ ມິເຣີ ເຜີຍວ່າ ລາວຂໍຍົກເລີກສັນຍາກັບທີມລູກຫນັງຂອງຮອນແລນລ່ວງຫນ້າ 6 ອາທິດ ແລະຫນ້າຈະເດີນທາງມາທີ່ເມືອງຜູ້ດີທັນທີໃນມື້ນີ້(ວັນຈັນ) ຫລັງມທີຂ່າວວ່າກຸນຊືດັດອາດຈະເຂົ້າເບີ່ງເກມ ພີເມຍລີກ ນັດປິດຊີຊັ່ນທີ່ ຜີແດງ ຈະບຸກໄປເຢືອນ ຄຣິສຕັນ ພາເລດ ເພືອເບິ່ງຟອມຂອງນັກເຕະກ່ອນເລີ່ມງານຢ່າງເປັນກິດລັກຊະນະ ເລີ່ມງານກັບແມນຢູໃນວັນຈັນນີ້?
16 May 2022
ພຣີເມຍລີກ ອັງກິດ
ເປັນ-ຄລັອບຕິດແທ່ນ! 5 ກຸນຊືຊິງຍອດຢ້ຽມແຫ່ງຊີຊັ່ນ ພີເມຍລີກ
ເປັບ ກວາດິໂອລ່າ ແລະ ເຈີເກັ່ນ ຄລັອບ ຕິດແທ່ນເຂົ້າຊິງລາງວັນຜູ້ຈັດການທີມຍອດຢ້ຽມ ແຫ່ງຊີຊັ່ນ ພີເມຍລີກ ຮ່ວມ ໂທມັສ ແຟຣ້ງ, ເອັດດີ້ ຮາວ ແລະ ປາທຣິກ ວິເອຣ່າ ພີເມຍລີກ ອັງກິດ ປະກາດລາຍຊື່ 5 ຜູ້ຈັົດການທີມທີ່ຊິງລາງວັນກຸນຊືທີ່ຍອດຢ້ຽມ ປະຈຳລະດູການ2021/22 ອອກມາເປັນທີ່ຮຽບຮ້ອຍ ນຳມາໂດຍ ເປັບ ກວາດິໂອລ່າ ນາຍໃຫຍ່ ແມນເຊັດເຕີ ຊິຕີ້ ແລະເຈີເກັ້ນ ຄລັອບ ກຸນຊື ລິເວີພູລ ທີ່ກຳລັງຂັບຂ້ຽວລຸ້ນແຊ້ມກັນຢູ່ໃນເວລານີ້ ພີເມຍລີກ ຈະເປີດໃຫ້ແຟນບານເຂົ້າມາໂຫວດໄດ້ຈົນເຖິງວັນຈັນທີ່ 16 ພຶດສະາພນີ້ ແລະການຕັດສິນລາງວັນຈະນຳຜົນໂຫວດຈາກແຟນບານມາຮ່ວມກັບຄະແນນຂອງກຳມະການຜູ້ຊຽວຊານວົງການລູກຫນັງ ສ່ວນກຸນຊືອີກ 3 ຄົນ ທີ່ເຂົ້າຊິງລາງວັນໄດ້ແກ່ ໂທມັສ ແຟຣ້ງ(ເບຣນຟອດ),ເອັດດີ້ ຮາວ(ນິວຄາສເຊິ່ນ ຢູໄນເຕັດ)ແລະ ປາທຣິກ ວິເອຣ່າ (ຄຣິສຕັນ ພາເລດ) ເປັນ-ຄລັອບຕິດແທ່ນ! 5 ກຸນຊືຊິງຍອດຢ້ຽມແຫ່ງຊີຊັ່ນ ພີເມຍລີກ
14 May 2022
ພຣີເມຍລີກ ອັງກິດ
ປ່ຽນເປັນແຮງກະຕຸ້ນ!ໂຣນັລໂດ້ໃຫ້ຄຳຫມັ້ນສັນຍາຢາກນຳຄວາມສຳເລັດມາສູ່ແມນຢູ
ຄຣິສເຕຍໂນ່ ໂຣນັລໂດ້ ດາວຍິງສະຕຣາດັງ ແມນເຊັດເຕີ ຢູໄນເຕັດ ໃຫ້ຄຳຫມັ້ນສັນຍາຈະນຳລາງັວນສ່ວນໂຕທີ່ໄດ້ຮັບ ເປັນແຮງກະຕຸ້ນໃຫ້ເກີດຄວາມຢາກໄດ້ໄຊຊະນະແລະນຳຄວາມສຳເລັດມາສູ່ຖິ່ນໂອລ ແທຣຟຟອດ ໃຫ້ໄດ້ ຄຣິສເຕຍໂນ່ ໂຣນັລໂດ້ ກອງຫນ້າຊູເປີສະຕຣາ ແມນເຊັດເຕີ ຢູໄນເຕັດ ປະກາດຮ້ອງປ່າວວ່າຕົນເອງເຕັມໄປດ້ວຍຄວາມໄຝ່ຝັນທີ່ຈະນຳຄວາມສຳເລັດມາສູ່ທັບ “ຜີດສາແດງ” ຫລັງກໍ່ຫາໄດ້ຮັບລາງວັນນັກເຕະຍອດຍ້ຽມ ພີເມຍລີກປະຈຳເດືອນເມສາ ກັບຕັນທີມຊາດ ໂປຕູເກດ ໂພສຂໍ້ຄວາມລົງທະວິດພ້ອມກັບຮູບພາບທີ່ລາວຖືລາງວັນແຂ້ງຍອດຢ້ຽມ ພີິເມຍລີກ ເດືອນເມສາ ວ່າ”ນີ້ເປັນເທື່ອທີ່ 2 ທີ່ໄດ້ຮັບລາງວັນນັກເຕະຍອດຢ້ຽມປະຈຳເດືອນຂອງ ພີເມຍລີກ ເຊິ່ງເປັນເທື່ອທີ່ 6 ໃນອາຊີບຂອງຂ້ອຍອີກດ້ວຍ” “ຂ້ອຍມີຄວາມສຸກທີ່ສຸດ ທີ່ໄດ້ຮັບລາງວັນນີ້ຄືກັບເມື່ອກ່ອນທີ່ຂ້ອຍເຄີຍໄດ້ຮັບ ເຊິ່ງຄວາມໄຝ່ຝັນໃນໄຊຊະນະ ແລະຄວາມສຳເລັດບໍ່ເຄີຍຈາງຫາຍໄປ ຂອບໃຈສຳຫລັບທຸກໆຄົນທີ່ເຮັດໃຫ້ສິ່ງນີ້ເປັນໄປໄດ້” ຄຣິສເຕຍໂນ່ ໂຣນັລໂດ້ ລະບຸ ປ່ຽນເປັນແຮງກະຕຸ້ນ!ໂຣນັລໂດ້ໃຫ້ຄຳຫມັ້ນສັນຍາຢາກນຳຄວາມສຳເລັດມາສູ່ແມນຢູ was last modified: May 14th, 2022 by Vanxay
14 May 2022
ພຣີເມຍລີກ ອັງກິດ
ເລື່ອງບານເຕະເອົາໄວ້ກ່ອນ! ແມັດກວາຍຄວງຄູ່ຫມັ້ນເຂົ້າພິທີວິວາ
ແຮຣີ່ ແມັກກວາຍ ກັບຕັນທີມ ແມນໆ ຢູໄນເຕັດ ເຮັດມິດງຽບ ຈູງມືຄູ່ຫມັ້ນເຂົ້າພິທີວິວາແລ້ວມື້ວັນພະຫັດທີ່ 12 ພຶດສະພາ ໂດຍມີການຈັດພິທີ ແບບນ້ອຍໆງ່າຍທ ແລະເຊີນພຽງແຕ່ສະເພາະຄົນໃນຄອບຄົວແລະເພື່ອນສະຫນິດເຂົ້າຮ່ວມເທົ່ານັ້ນ ແມັກກວາຍ ເຊີໄພ້ ເຂົ້າພິີທີວິວາທັ້ງໆທີ່ ຊີຊັ່ນຍັງບໍ່ທັນຈົບໂດຍຫລັງຈາກລົງຊ້ອມກັບທີມ ແມນໆ ຢູໄນເຕັດ ໃນຊ່ວງເຊົ້າພໍແລ້ວກໍ່ຮີບອອກຈາກ ແຄຣິງຕັນ ເຊັນເຕີ ໃນຕອນທ່ຽງ ເພື່ອເດີນທາງໄປຫາທີ່ວ່າການເມືອງ ຄຣູ ເພື່ອເຮັດພິທີຫມັ້ນແບບຮຽບຮ້ອຍ ແນວໃດກໍ່ດີມີການເປີດເຜີຍວ່າດາວເຕະ ທີມ ເລສເຕີ ເຊິ່ງຖືກຜີແດງ ດຶງໂຕມາຮ່ວມທີມໃນລາຄາ 80 ລ້ານປອນ(ປະມານ 3,428ລ້ານບາດ) ເມື່ອປີ 2019 ດ້ວຍຄ່າໂຕເປັນກອງຫລັງທີ່ແພງທີ່ສຸດໃນໂລກ ຈະຈັດພິທີວິວາແບບອາລັງການອີກເທື່ອຫນຶ່ງໃນຊ່ວງຊຳເມີນີ້ທີ່ຜາສາດໃນຝຣັ່ງເສດ ເລື່ອງບານເຕະເອົາໄວ້ກ່ອນ! ແມັດກວາຍຄວງຄູ່ຫມັ້ນເຂົ້າພິທີວິວາ was last modified: May 13th, 2022 by Vanxay
13 May 2022
ພຣີເມຍລີກ ອັງກິດ
ເກັ່ງເລືອກໄດ້! ສື່ດັງຢືນຢັນປັອກບາປັດຂໍ້ສະເຫນີຍ້າຍເຂົ້າແມນຊິຕີ້
ປໍ ປັອກບາ ກອງກາງທີມ ແມນເຊັດເຕີ ຢູໄນເຕັດ ປະຕິເສດຂໍ້ສະເຫນີຈາກ ແມນເຊັດເຕີ ຊິຕີ້ ສະໂມສອນຄູ່ແຄ້ນທີ່ຕ້ອງການດຶງເຂົາໄປເສີມທັບຢ່າງແນ່ນອນແລ້ວຕາມການລາຍງານສື່ຍັກໃຫຍ່ມື້ວັນທີ 9 ພຶດສະພາ ປັອກບາ ຈະຫມົດສັນຍາກັບ ແມນໆ ຢູໄນເຕັດ ໃນຊີຊັ້ນນີ້ ແລະສາມາດຍ້າຍທີມໄດ້ແບບບໍ່ມີຄ່າໂຕໂດຍເຂົາຕົກເປັນທີ່ຕ້ອງການຂອງຫລາຍໆທີມທັງ PSG ສະໂມສອນໃນບ້ານເກີດ ,ເຣອັລ ມາດຣິດ ລວມໄປເຖິງ ຢູເວນຕູສ ອະດີດຕົ້ນສັງກັດໃນ ເຊເຣຍອາ ນອກຈາກນີ້ ເມື່ອອາທິດກ່ອນມີປານປະໂຄມຂ່າວຢ່າງຄຶກຄື້ນວ່າ ເຮືອໃບສີຟ້າ ສະແດງຄວາາມຕ້ອງການຢາກໄດ້ໂຕດາວເຕະທີມຊາດຝຣັ່ງເສດຄືກັນ ເນື່ອງຈາກ ເປັບ ກວາດິໂອລ່າ ນາຍໃຫຍ່ ເຮືອໃບສີຟ້າ ຢາກໄດ້ດຶງເອົາມິດຟິລທີມຄູ່ແຄ້ນໄປສຽບແທນຕຳແຫນ່ງຂອງ ແຟນາດິນໂຍ່ ມິດຟິວຈອມເກົ໋າ ໄວ 37 ປີຊາວເມືອກາເຟທີ່ຈະອຳລາທີມຫລັງຈົບຊີຊັ່ນນີ້ ຕໍ່ກັບຂ່າວດັງກ່າວສ້າງຄວາມຂ້ອງໃຈໃຫ້ກັບກູລູລູກຫນັງທຸກຄົນບໍ່ເຊື່ອວ່າ ແມນໆ ຊິຕີ້ ຈະຫມາຍປອງເອົາ ປັອກບາ ເຊິ່ງມີຜົນງານທີ່ໂຫດຮ້າຍກັບ ແມນໆ ຢູໄນເຕັດ ແຖມທີມດັງຂອງ ຖິ່ນ ເອຕິຮັດ ສະເຕດ້ຽມ ລ້ວນແຕ່ມີກອງກາງທີ່ມີຝີມືດີກ່ວາມິດຟິລທີມ ຜີແດງ ທັງນັ້ນ
10 May 2022
ພຣີເມຍລີກ ອັງກິດ
ຊູເປີຄອມຟັນທົງມີພິກ! ເຜີຍອັນດັບຕາຕະລາງພີເມຍລີກຫລັງຈົບຊີຊັ່ນ
ຊູເປີຄອມພິວເຕີຈັດການຄຳນວນອັນດັບຕາຕະລາງບານເຕະ ພີເມຍລີກ ຫລັງຈົບຊີຊັ່ນ 2021/22 ອອກມາເປັນທີ່ຮຽບຮ້ອຍແລ້ງໃນຊ່ວງສາມສີ່ນັດສຸດທ້າຍ ແຖມບອກວ່າມີພິກລັອກໃນການຍາດອັນດັບທັອບໂຟລະຫວ່າງ ອາເຊນ່ອລ ກັບ ສະເປີ ນອກນັ້ນລ້ວນເປັນໄປຕາມຄວາມຄາດຫມາຍ ເດລີ່ສະຕຣາ ສື່ອັງກິດລາຍງານມື້ວັນທີ 9 ພຶດສະພາ ເຖິງການຈັດອັນດັບຕາຕະລາງ ພີເມຍລີກ ຫລັງຈົບຂີຊັ່ນນີ້ອອກມາແລ້ວໂດຍຊູເປີຄັອມພິວເຕີ Football Web Pages ລະບຸວ່າ ແມນໆ ຊິຕີ້ ຈະໄດ້ແຊ້ມໄປຄອງ ເຊິ່ງຈະສົ່ງຜົນໃຫ້ ລິເວີພູລ ອົກຮັກພາດການສ້າງປະຫວັດສາດຄວ້າແຊ້ມ ສີ່ລາຍການພຽງແຕ່ຜູ້ດຽວ ໂດຍເຮືອໃບສີຟ້າ ຈະຈົບຊີຊັ່ນດ້ວຍການມີແຕ້ມກ່ວາຫົງແດງ ສາມແຕ້ມຄືກັບປະຈຸບັນ ດ້ານທີມສຸດທ້າຍຈະຕົກຊົ້ນຕາມ ນໍຣິດ ແລະວັດຟອດ ໄດ້ແກ່ ລິດ ທີມອັບນດັບ 18 ໃນປະຈຸບັນຄືກັນອັນຫມາຍຄວາມວ່າ ເອຟເວີຕັນ,ເບີນລີ່ ແລະເຊົາແຮມຕັນ ສາມາດເອົາໂຕລອດໄດ້ສະເລັດ ສະຫລຸບອັນດັບຕາຕະລາງ ພີເມຍລີກ ຊີຊັ່ນ 2021/22 ຈາກການຄຳນວນໂດຍຊູເປີຄັອມພິວເຕີ 1.ແມນໆ ຊິຕີ້ 95 ແຕ້ມ 2. ລິເວີພູລ 92 ແຕ້ມ
10 May 2022
ພຣີເມຍລີກ ອັງກິດ
ຢ່າລໍ້ຫລາຍເຂີນບໍ່ທັນ!ເຊນິດໂພສຮູບພາບເຢີ້ຍແມນຢູຫລັງຄ້ວາແຊ້ມລີກຫມີຂາວ
ແຟນບານ ແມນເຊັດເຕີ ຢູໄນເຕັດ ເຖິງຂັ້ນຫົວຮ້ອນເມື່ອ ເຊນິດເຊນ ປິເຕີສະເບີກ ໂພສຮູບພາບຜ່ານສື່ສັງຄົມອອນລາຍໃນເຊິງເຢາະເຢີ້ຍ “ຜີສາດແດງ” ຫລັງຈາກທີ່ພວກເຂົາຄວ້າແຊ້ມລີກ ສູງສຸດຣັດເຊຍ ເມື່ອຊ່ວງວັນເສົາທີ່ຜ່ານມາ ເຊນິດ ເຊນ ປິເຕີສະເບີກ ສະໂມສອນແກຣ່ງແຫ່ງເສິກຣັດເຊຍ ພີເມຍລີກ ປະເທດຣັດເຊຍ ເຮັດເລື່ອງສຸດແສບເມື່ອໂພສຮູບພາບພ້ອມຂໍ້ຄວາມແນລ ແນມ ແມນເຊັດເຕີ ຢູໄນເຕັດ ຫລັງຈາກພວກເຂົາກະໂດດຄ້ວາແຊ້ມລີກສູງສຸດແດນຫມີຂາວ ຍອດທີມປະເທດຣັດເຊຍຄວ້າແຊ້ມລີກສະໄຫມທີ່ 9 ແລະເປັນການຄວ້າແຊ້ມ 4 ສະໄຫມຕິດຕໍ່ກັນ ແນ່ນອນວ່າເມື່ອປະສົບຄວາມສຳເລັດກໍ່ຍ່ອມຕ້ອງມີການສະຫລອງກັນຢ່າງຍິງໃຫຍ່ ແຕ່ງານນນີ້ ເຊນິດ ດັນໄປຈູດໄຟຄວາມໂກດແຄ້ນໃຫ້ກັບ ແຟນທ ແມນໆ ຢູໄນເຕັດ ເມື່ອພວກເຂົາໂພສຮູບພາບພ້ອມຂໍ້ຄວາມຜ່ານທະວິດເຕີວ່າ “ເຮີຍ ແຟນ@ManUit ຖ້ວຍແຊ້ມຫນ້າຕາເປັນແບບນີ້! “ ຢ່າລໍ້ຫລາຍເຂີນບໍ່ທັນ!ເຊນິດໂພສຮູບພາບເຢີ້ຍແມນຢູຫລັງຄ້ວາແຊ້ມລີກຫມີຂາວ was last modified: May 9th, 2022 by Vanxay
09 May 2022
ພຣີເມຍລີກ ອັງກິດ
ຫນ້າລັນທົດ! ຣັງນິກ ບອກແມນຢູຟອມສຸດຫ່ວຍໃນເກມແພ້ໄບຣຕັນ
ຣາຟ ຣັງນິກ ກຸນຊືທີມ ແມນໆ ຢູໄນເຕັດ ເປີດປາກເຖິງເກມບຸກມາແພ້ ໄບຣຕັນ ແບບຍັບເຢິນ 4-0 ຈາກການເຮັດເສິກ ພີເມຍລີກ ອັງກິດ ມື້ວັນເສົາທີ່ 7 ພຶດສະພາ ວ່າເປັນຟອມອັນແສນສຸດແຢ້ຢ່າງແຮງຂອງພັກພວກ ຜີແດງ ທີ່ຕ້ານເກມບຸກຂອງ ນົກນາງນວນ ບໍ່ໄດ້ເລີຍຈົນຕ້ອງແພ້ໄປແບບຫນ້າບວມຊ້ຳ ແມນໆ ຢູໄນເຕັດ ບຸກມາເຢືອນ ເອເມັກ ສະເຕດ້ຽມ ໂດຍມີຜົນງານນັດກ່ອນເປີດບ້ານບົດ ເບຣ້ນຟອດ ໄປຢ່າງົດງາມ 3-0 ແຕ່ກັບມາແພ້ ນົກນາງນວນ ແບບຂາດລອຍໂດຍກຸນຊືຊາວເອືອງເບຍລະບຸວ່າ ເປັນຟອມທີ່ໂຫດຮ້າຍຂອງທີມເນື່ອງຈາກຫລິ້ນກັນແບບສຸດແຢ້ຕັ້ງແຕ່ຕົ້ນຈົນຈົບ “ມັນເປັນຟອມທີ່ຫນ້າລັນທົດ ຈາກນາທີທຳອິດຈົນເຖິງນາທີສຸດທ້າຍ ບໍ່ດີພໍ ເຮົາເຮັດໄດ້ແຕ່ຂໍໂທດເຖິງຟອມການຫລິ້ນແລະຄວາມຜ່າຍແພ້ທີ່ຫນ້າອັບອາຍ” ຣັງນິກ ເວົ້າ ຫນ້າລັນທົດ! ຣັງນິກ ບອກແມນຢູຟອມສຸດຫ່ວຍໃນເກມແພ້ໄບຣຕັນ was last modified: May 8th, 2022 by Vanxay
08 May 2022
ພຣີເມຍລີກ ອັງກິດ
“ໂຣນັລໂດ້” ນຳທັບ! ແມນຢູເລັງເຮຮອບ 4 ເກມດວນກັບເບຣນຟອດຂອງ “ເອຣິກເຊ່ນ”
“ຜີແດງ” ແມນເຊັດເຕີ ຢູໄນເຕັດ ຫວັງກັບມາຊິວໄຊຊະນະໃນຮອບ 4 ເກມຫລັງບໍ່ມີໄຊຊະນະໃນຊ່ວງໄລຍະນີ້ ແນວບຸກຈັດຫນັກ “ໂຣນັລໂດ້-ບຣູໂນ່” ລໍຮັບ ເບຣນຟອດ ທີ່ໂອກາດຢູ່ລອດມີສູງ ໃນການແຂ່ງຂັນບານເຕະ ພີເມຍລີກ ອັງກິດ ໃນຄືນວັນຈັນ ວັນທີ່ 2 ພຶດສະພາ 2022 ປຣີວິວ ບານເຕະ ພີເມຍລີກ ອັງກິດ ວັນຈັນ ວັນທີ່ 2 ພຶດສະພາ 2022 ແມນໆ ຢູໄນເຕັດ – ເບຣນຟອດ ເວລາ : 02.00 ນ. ຖ່າຍທອດສົດ : TPF HD 1 (600) ສະຫນາມ : ໂອລ ແທຣຟຟອດ ແມນໆ ຢູໄນເຕັດ ຜົນງານຍັງຕຶງຄຽດຢູ່ຫລັງໄລ່ຕີສະເຫມີ ເຊລຊີ ໃນບ້ານຂອງຕົນເອງ 1-1 ເຮັດໃຫ້ພວກເຂົາບໍ່ຊະນະໃຜມາຕິດຕໍ່ກັນໃນລີກ 3 ນັດຕິດ
02 May 2022
ພຣີເມຍລີກ ອັງກິດ
ເປັບເວົ້າຄລັອບຕໍ່ສັນຍາບໍ່ໄດ້ສົ່ງຜົນອີຫຍັງກັບຕົນເອງ
ໂຈເຊບ ກວາດິໂອລ່າ ກຸນຊືແມນໆ ຊິຕີ້ ລະບຸວ່າການຕໍ່ສັນຍາຂອງ ເຈີເກັ້ນ ຄລັອບ ບໍ່ໄດ້ສົ່ງຜົນອີຫຍັງກັບຕົນເອງທັງນັ້ນ ແຕ່ກໍ່ຍອມຮັບວ່າການທີ່ ຄລັອບ ຈະຢູ່ກັບ ລິເວີພູລ ໄປເຖິງປີ 2026 ນ່າຈະເປັນເລື່ອງທີ່ດີຕໍ່ ພີເມຍລີກ ໃນລະດັບຫນຶ່ງ ກ່ອຫນ້ານີ້ອານາຄົດທັງ ກວາດິໂອລ່າແລະ ຄລັອບ ເຕັມໄປດ້ວຍຄວາມບໍ່ແນ່ນອນຈາກການທີ່ພວກເຂົາເລຫືອສັນຍາຈົນເຖິງປີ 2023 ກັບ 2024 ຕາມລຳດັບ ແຕ່ລ່າສູດ ຄລັອບ ເລືອກຂະຫຍາຍສັນຍາຂອງຕົນເອງອອກໄປຈົນເຖິງປີ 2026 ແລ້ວ ເຊິ່ງມັນເຮັດໃຫ້ບາງຄົນສົງໄສວ່າ ກວາດິໂອລ່າ ສົນໃຈທີ່ຈະຕໍ່ສັນຍາເພື່ອທີ່ຈະໄດ້ດວນກັບ ຄລັອບ ໄປອີກດົນຫລືບໍ່ ກຸນຊືນາຍໃຫຍ່ ແມນຊິຕີ້ເຜີຍວ່າ ” ແຕ່ລະຄົນຕ່າງກໍ່ມີສະຖານະການຂອງຕົນເອງ ຖ້າເຮົາຕັດສິນໃຈທີ່ຈະຢູ່ທີ່ໃດທີ່ຫນຶ່ງໃຫ້ນານກ່ວາເດີມມັນກໍ່ມາຈາກການທີ່ເຮົາຕັດສິນໃຈຮ່ວມກັນ ບໍ່ແມ່ນເພາະວ່າເພື່ອນຮ່ວມງານຂອງຂ້ອຍເລືອກທີ່ຈະຢູ່ກັບທີມຂອງເຂົາອີກຕໍ່ໄປ ຂ້ອຍມີ່ຄູ່ແຂ່ງຫລາຍຄົນຕະຫລອດຊ່ວງ 14ຫລື 15 ປີທີ່ຂ້ອຍເຮັດງານດ້ານຄຸມທີມ ຂ້ອຍຄິດວ່າມັນເປັນເລື່ອງທີ່ດີສຳຫລັບ ພີເມຍລີກ ທີ່ ເຈີເກັ້ນ ຄລັອບ ຕໍ່ສັນຍາກັບທີມຂອງເຂົາ ເຂົາກັບສະໂມສອນຂອງເຂົາຕັດສິນໃຈທີ່ຈະຮ່ວມງານອີກຕໍ່ໄປ” ເປັບເວົ້າຄລັອບຕໍ່ສັນຍາບໍ່ໄດ້ສົ່ງຜົນອີຫຍັງກັບຕົນເອງ was last
30 Apr 2022
ພຣີເມຍລີກ ອັງກິດ
ບໍ່ໄດ້ມາຫລິ້ນໆ! ອາເຊນ່ອລເອົາຈິງກຽມຍື່ນ2ພັນລ້ານບາດເພື່ອດຶງແຣບຟອດເສີມທັບ
ສື່ດັງໃນປະເທດອັງກິດ ປະໂຄມຂ່າວ່າ ອາເຊນ່ອລ ກຽມຂຽນເຊັກບິນຍື່ນຂໍ້ສະເຫນີເງີນຈຳນວນ 45 ລ້ານປອນໃຫ້ ແມນໆ ຢູໄນເຕັດ ພິຈາລະນາປ່ອຍໂຕ ມາຄັສ ແຣຟຟອດ ມາຮ່ວມທັບໂດຍງານນີ້ “ຜີແດງ” ອາດຈະສົນໃຈເນື່ອງຈາກນັກເຕະຈະຫມົດສັນຍາລະດູການຫນ້າແລ້ວ ອາເຊນ່ອລ ສະໂມສອນດັງແຫ່ງເສິດພີເມຍລີກ ອັງກິດ ກຽມຢື່ນຂໍ້ສະເຫນີເງີນຈຳນວນ 45 ລ້ານປອຍ (ປະມານ 2,025ລ້ານບາດ) ເພື່ອຊື້ ມາຄັສ ແຣບຟອດ ດາວຍິງຄວາມໄວສູງຈາກ ແມນເຊັດເຕີ ຢູໄນເຕັດ ໃນ່ຊວງຕະຫລາດພໍ່ຄ້າແຂ່ງຊຳເມີນີ້ ລ່າສຸດ “ບານເຕະ ອິນໄຊເນີ” ສື່ດັງໃນແວດວົງລູກຫນັງ ລາຍງານວ່າ ມິເກລ ອາເຕຕ້າ ຜູ້ຈັດການທີມຄົນຫນູ່ມໄຟແຮງ ມີຄວາມຕ້ອງການຢ່າງແຮງກ້າທີ່ຈະຫາກອງຫນ້າມາເສີມທັບ ໂດຍ ແຣບຟອດ ເປັນເປົ້າຫມາຍຫລັກທີ່ພວກເຂົາຢາກໄດ້ໂຕມາຮ່ວມທີມຫລັງຈົບຊີຊັ່ນນີ້ ຈາກການລາຍງານລະບຸເພີ່ມເຕີມວ່າ “ເດິ ກັນເນີ” ພ້ອມທີ່ຈະຍື່ນຂໍ້ສະເຫນີຈຳນວນ 45 ລານປອນໃຫ້ກັບ ແມນໆ ຢູໄນເຕັດ ໃນການປ່ອຍໂຕ ແຣບຟອດ ມາຫລິ້ນຢູ່ຖິ່ນ ເອມິເຣດ ສະເຕດ້ຽມ ໂດຍງານນີ້ນັກເຕະ
30 Apr 2022
ພຣີເມຍລີກ ອັງກິດ
ພີ່ໂດ້ເຊຟແຕ້ມ! ແມນຢູບໍ່ມີໄຊສາມເກມຕິດໄລ່ຈາວເຊລຊີລຸ້ນທັອບໂຟເລືອນລາງ
“ຜີສາດແດງ” ແມ່ນວ່າເກມນີ້ເປັນຮອງຢ່າງຊັດເຈນແຕ່ບໍ່ໄດ້ເຮັດຝຫ້ແຟນບານເສຍໃຈໃຊ້ເວລາພຽງ 2 ນາທີຕາມຕີສະເຫມີ “ສິງບຼູ” ຈາກປະຕູຂອງ “ໂຣນັລໂດ້” ເກັບເພີ່ມເປັນ 55 ຄະແນນຍັງຄົງຢູ່ໃນອັນດັບ 6 ຕາມຫລັງ ອາເຊນ່ອລ ທີມອັນດັບ 4 ຢູ່ 5 ແຕ້ມແຖມມີແຂ່ງຫລາຍກ່ວາ 2 ນັດ ສ່ວນທາງ ເຊລຊີ ຍຶດຢູ່ທີ່ 3 ຄືເກົ່າ ສະຫນາມ : ໂອລ ແທຣັຟຟອດ ພີ່ໂດ້ເຊຟແຕ້ມ! ແມນຢູບໍ່ມີໄຊສາມເກມຕິດໄລ່ຈາວເຊລຊີລຸ້ນທັອບໂຟເລືອນລາງ was last modified: April 29th, 2022 by Vanxay
29 Apr 2022
ພຣີເມຍລີກ ອັງກິດ
ຂ່າວດີຫລືຂ່າວຮ້າຍ? ປຸດ ແມນຢູ ກຽມບໍ່ມີແມັກກວາຍຈົນຈົບຊີຊັ່ນ
ເດິ ຊັນ ສື່ໃຫຍ່ຂອງອັງກິດເຜີຍ ແຮຣີ່ ແມັກກວາຍ ກັບຕັນທີມ ແມນໆ ຢູໄນເຕັດ ມີແວວພາດການລົງສະຫນາມໃຫ້ກັບຕົ້ນສັງກັດໄປຕະຫລອດທັງຊີຊັ່ນທີ່ເຫລືອ ຫລັງມີບັນຫາທີ່ບາດເຈັບທີ່ຫົວເຂົ່າລົບກວນຈົນຫມົດສິດ ຄຳແບັກເກມ ພີເມຍລີິກ ອັງກິດ ຕ້ອນຮັບ ເຊລຊີ ໃນມື້ວັນພະຫັດນີ້ ແມັກກວາຍ ກອງຫລັງທີມຊາດອັງກິດ ບໍ່ໄດ້ລົງສະຫນາມໃນເກມລ່າສຸດທີ່ ຜີແດງ ບຸກໄປແພ້ໃຫ້ກັບ ອາເຊນ່ອລ ຢ່າງຫມົດທາງ 3-1 ຈົນເຮັດໃຫ້ພວກເຂົາຫມົດສິດລຸ້ນທັອບໂຟແລ້ວໂດຍໃນເກມ ເອມິຣັດ ສະເຕດ້ຽມ ອະດີດດາສວເຕະທີມ ເລສເຕີ ມີຊື່ນັ່ງເປັນໂຕສຳຮອງແລະບໍ່ໄດ້ຖືກມືດີຂູ່ວາງລະເບີດເຮືອນເນື່ອງຈາກຜູ້ກ່ຽວຫລິ້ນໄດ້ສຸດແຢ້ຫລາຍນັດຕິດຕໍ່ກັນ ຫ່ອນເກມດວນກັບ ເຊລຊີ ຣາບ ຣັງນິກ ກຸນຊືຊາວເຟຍລະມັນເຜີຍວ່າ ແມັກກວາຍ ເຈັບຂາ ແລະຈະພາດການລົງຫລິ້ນໃນເກມວັນພະຫັດນີ້ຈຶ່ງເຮັດໃຫ້ ເດິ ຊັນ ຄາດວ່າລາວຫນ້າຈະລົງສະຫນາມບໍ່ໄດ້ອີກແລ້ວໃນນັດສຸດທ້າຍທີ່ເຫລືອຢູ່ ຂ່າວດີຫລືຂ່າວຮ້າຍ? ປຸດ ແມນຢູ ກຽມບໍ່ມີແມັກກວາຍຈົນຈົບຊີຊັ່ນ was last modified: April 28th, 2022 by Vanxay
28 Apr 2022
ພຣີເມຍລີກ ອັງກິດ
ແມນຢູຢື້ຕົ໋ວຊປລ! “ໂຣນັລໂດ້” ຢືນຍິງ ,ເຊລຊີິ ວາງ”ຮາແວດ”ບຸກຫວັງທຸບ
“ຜີແດງ” ແມນຢູ ພາດທ່າປຣາໄຊສອງເກມຕິດ ສ້າງໂອກາດໄປແຊ້ມປ້ຽນລີກ ແທບຈົບລົງ ງານນີ້ຍັງຈະຕ້ອງສູ້ຢ່າງສຸດໃຈ “ໂຣນັລໂດ້” ລໍຮັບ “ສິງບຼູ” ເຊລຊີ ທີ່ຍັງຄົງຕັ້ງໃຈໄປທີ່ນັດຊິງເອຟເອຄັບ “ໄຄ ຮາແວດ” ນຳບຸກປາບເຈົ້າບ້ານ ໃນການແຂ່ງຂັນ ບານເຕະ ພີເມຍລີກ ອັງກິດ ຄືນວັນພະຫັດ ວັນທີ່ 28 ເມສາ 2022 ປຣີິວິວພີເມຍລີກ ອັງກິດ ວັນພະຫັດ ທີ່ 28 ເມສາ 2022 ແມນຢູ – ເຊລຊີ ເວລາ: 01.45 ນ. ຖ່າຍທອດສົດ : TPF HD 1 (600),TPF HD 2 (602) ສະຫນາມ : ໂອລ ແທຣັຟຟອດ ແມນຢູຢື້ຕົ໋ວຊປລ! “ໂຣນັລໂດ້” ຢືນຍິງ ,ເຊລຊີິ ວາງ”ຮາແວດ”ບຸກຫວັງທຸບ was
28 Apr 2022
ພຣີເມຍລີກ ອັງກິດ
ຊື້ເພີ່ມ 3 ຂາຍອອກ 5! ສື່ເປີດຊື່ແຂ້ງໃຫມ່ແມນຢູຍຸກເທນຮາກ
ESPN ສື່ຍັກໃຫຍ່ລະບຸວ່າ ເອຣັກ ເທນຮາກ ກຸນຊືທີມ ແມນໆ ຢູໄນເຕັດ ຄົນໃຫມ່ໄດ້ວາງແຜນສ້າງທີມເອົາໄວ້ຮຽບຮ້ອຍແລ້ວໂດຍແຈ້ງກັບບອສ ຜີິແດງ ວ່າເຂົາຕ້ອງການຢາກໄດ້ນັກເຕະໃຫມ່ອີກ 3 ຄົນ ແລະຫວັງຂາຍດາວເຕະຂອງທີມອອກ 5 ຄົນພ້ອມກັນ ສື່ສຳຫນັກດັ່ງກ່າວເຜີຍວ່າກຸນຊືທີມໄດ້ຄິດວ່ານັກເຕະໃຫມ່ມາເສີມທັບຫລາຍເຖິງ 10 ຄົນຄືທີ່ ຣາບ ຣັງນິກ ຜູ້ຈັດການທີມຂັດຕາ່ທັບໃຫ້ສຳພາດກັບສື່ວ່າ ແມນທ ຢູໄນເຕັດ ຈຳເປັນຕ້ອງຂາຍນັກເຕະແບບຍົກຊຸດເນື່ອງຈາກນ່າຈະມີພຽງແຕ່ ດາບິດ ເດ ເຄອາ ຄົນດຽວເທົ່ານັ້ນທີ່ສົມຄວນໄດ້ໄປຕໍ່ຫລັງຈາກສະໂມສອນມີຜົນງານທີ່ໂຫດຮ້າຍມາຕໍ່ເນື່ອງ ຕໍ່ກັບແຜນການສ້າງທີມ ຜີແດງ ໃຫ້ກັບຄືນສູ່ຄວາມຍິ່ງໃຫຍ່ ESPN ອ້າງວ່າ ເທນຮາກ ຈະໄດ້ຫງົບປະມາໃນການຊັອບປິ້ງ 100,150 ປອນ(ປະມານ 4,393-6,589ລ້ານບາດ) ໂດຍກຸນຊືທີມ ອາແຈັກ ສົ່ງລາຍຊື່ໃຫ້ບອສໄດ້ຮັບຮູ້ແລ້ວວ່າລາວຕ້ອງການນັກເຕະໃຫມ່ອີກ 3 ຄົນເຊິ່ງປະກອບມີ ດາຣິນ ນູນເນດ ກອງຫນ້າເບ້ນຟິກ້າ, ເຍີຣຽນ ທິມເບີ ກອງຫລັງ ອາແຈັກ ແລະ ເປົາ ຕໍເຣສ ເຊັນເຕີຮາຟທີມ ບີຍາເຣອັລ
26 Apr 2022
ພຣີເມຍລີກ ອັງກິດ
ຕົ້ນເຫດເຮັດໃຫ້ແມນຢູຫາຍະນະ! ແມັກກວາຍຄວງມາຕິດນຳຝຸງບໍ່ນ້ຳມັນຊັ້ນຍອດ
ພົບຕົ້ນຕໍທີ່ເຮັດໃຫ້ ແມນໆ ຢູໄນເຕັດ ຕົກຕ່ຳຢ່າງຫນັກແລ້ວເມື່ອມີສະຖິຕິແສອອກມາວ່າ ແຮຣີ່ ແມັກກວາຍ ກັບຕັນທີມ ຜີແດງ ກັບ ເນມານຍ່າ ມາຕິດ ມິດຟິວໂຕຮັບຂະຫຍັນຫລິ້ນພາດຄືກັນທັງຄູ່ຈັນເຮັດໃຫ້ທີມເສຍປະຕູຫລາຍທີ່ສຸດນັບຕັ້ງແຕ່ຊີຊັ່ນ 2020/21 ເປັນຕົ້ນມາ ແມນເຊັດເຕີ ຢູໄນເຕັດ ສ້າງຜົນງານທີ່ອ່ອນແອ ອ່ອນໃຈໂດຍການເສຍປະຕູໃນຊີຊັ່ນນີ້ໄປຫລາຍເຖິງ 51 ລູກ ແລ້ວຈາກ 34 ນັດ ຫລັງທີ່ບຸກໄປແພ້ໃຫ້ກັບ ອາເຊນ່ອລ 3-1 ໃນເກມລ່າສຸດມື້ວັນເສົາທີ່ຜ່ານມາເຊິ່ງເປັນໂຕເລກທີ່ໂຫດຮ້າຍທີ່ສຸດໃນບັນດາ 8 ທີມ ອັນດັບທຳອິດຂອງຕາຕະລາງ ຂະນະທີ່ ຣາຟຣັງ ນິກ ກຸນຊືຂັດຕາທັບລະບຸຫລັງຈົບເກມທີ່ລອນດອນວ່າ ຜີແດງ ຫມົດສິດລົງຫລິ້ນຖ້ວຍ ແຊ້ມປ້ຽນລີກ ໃນຊີຊັ່ນຫນ້າແລ້ວ ກະທັ່ງລ່າສຸດມື້ວັນທີ່ 24 ເມສາ ອັອຟຕ້າ ໄດ້ເຜີຍສະຖິຕິອອກມາວ່າ ແມັກກວາຍ ເປັນນັກເຕະທີ່ກໍ່ຄວາມຜິດພາດຫລາຍທີ່ສຸດຈົນນຳມາເຖິງການສູນເສຍປະຕູຂອງທີມຫລາຍທີ່ສຸດນັບຕັ້ງແຕ່ໃນຊີຊັ່ນກ່ອນເປັນຕົ້ນມາ ຂະນະທີ່ ມາຕິດ ເພື່ອນຮ່ວມສັງກັດເຊິ່ງປະກາດວ່າຈະອຳລາ ຜີແດງ ໃນຊີຊັ່ນນີ້ກໍ່ຢູ່ໃນອັນດັບທີ່ສອງ ຕົ້ນເຫດເຮັດໃຫ້ແມນຢູຫາຍະນະ! ແມັກກວາຍຄວງມາຕິດນຳຝຸງບໍ່ນ້ຳມັນຊັ້ນຍອດ was last modified:
25 Apr 2022
ພຣີເມຍລີກ ອັງກິດ
ຍ້າຍໄປຢູອາເຊນ່ອລ? ແຣຟຟອດເຮັດໃຫ້ແຟນແມນຢູເດືອດມອບເສື້ອໃຫ້ສາວົກປືນ
ມາຄັສ ແຣຟຟອດ ກອງຫນ້າທີມ ແມນໆ ຢູໄນເຕັດ ສ້າງປະເດັນໃຫ້ແຟນບານ ຜີແດງ ຫົວຮ້ອນອີກຈົນໄດ້ເມື່ອເຂົາຖອດເສື້ອຍື່ນໃຫ້ກັບກອງເຊຍອາເຊນ່ອລ ແບບຫນ້າເຊີໄພ້ຫລັງຈົບການແຂ່ງຂັນເກມ ພີເມຍລີກ ທີ່ ເອມິເຣດ ສະເຕດ້ຽມ ຄືກັນກັບ ເຈສຊີ ລິນກາດ ເພື່ອນຮ່ວທີມ ແມນເຊັດເຕີ ຢູໄນເຕັດ ບຸກມາແພ້ໃຫ້ກັບ ອາເຊນ່ອລ 3-1 ໃນເກມການຟາດແຂ່ງໃນມື້ວັນເສົາທີ່ 23 ເມສາທີ່ຜ່ານມາ ເຊິ່ງ ແຣຟຟອດ ກັບ ລິນກາດ ຖືຶກປ່ຽນລົງໄປຫລິ້ນເປັນໂຕສຳຮອງທັງຄູ່ ແຕ່ຕ່າງກໍ່ບໍ່ອາດສ້າງຜົນງານໄດ້ເລີຍ ເທົ່ານັ້ນຍັງບໍ່ພໍຫລັງຈົບເກມຂະນະທີ່ນັກເຕະຕ່າງກໍ່ເດີນທາງກັບເຂົ້າອຸໂມງ ແຣຟຟອດ ກັບ ລິນກາດ ໄດ້ຖອດເສື້ອທີມ ແມນໆ ຢູໄນເຕັດ ອອກແລະມອບໃຫ້ກັບແຟນບານເຈົ້າບ້ານແບບຫນ້າຕາເສີຍຈົນເຮັດໃຫ້ເຫລົ່າບັນດາສາວົກ ເຣ້ດ ອາມີ່ ພາກັນກ່າວປະນາມລົງໃນສື່ໂຊຊຽວ “ອອກໄປຈາກສະໂມສອນຂອງເຮົາໄດ້ແລ້ວ ມາຄັສ ແຣຟຟອດ” “ໂຊຄືກັບວ່າ ມາຄັສ ແຣຟຟອດ ກາຍເປັນເລື່ອງທີ່ອັບອາຍຢ່າງສົມບູນແບບຂອງ ແມນໆ ຢູໄນເຕັດ ໃນຊີຊັ່ນນີ້” ຍ້າຍໄປຢູອາເຊນ່ອລ? ແຣຟຟອດເຮັດໃຫ້ແຟນແມນຢູເດືອດມອບເສື້ອໃຫ້ສາວົກປືນ was
24 Apr 2022