Newcastle United
ພຣີເມຍລີກ ອັງກິດ
ເຮົາຫລິ້ນກັນໂຄດຫ່ວຍ! ອາເຕຕ້າ ເຊັງອາເຊນ່ອລແພ້ນິວຄາສເຊິ່ນເຮັດໃຫ້ທັອບໂຟຫລຸດມື
ມິເກລ ອາເຕຕ້າ ກຸນຊື ອາເຊນ່ອລ ສຸດເຊັງຫລັງທີມບຸກໄປແພ້ ນິວຄາສເຊິ່ນ ຢູໄນເຕັດ 0-2 ກາຍເປັນຍັງເຫລືອໂອກາດພຽງຫນ້ອຍດຽວທີ່ຈະຕິດທັອບໂຟ ພ້ອມອັດລູກທີມຫລິ້ນກັນບໍ່ໄດ້ເລື່ອງ ປ່ອຍໃຫ້ຄູ່ແຂ່ງຟອມດີກ່ວາ ຫລາຍເທົ່າໂຕ ມິເກລ ອາເຕຕ້າ ຜູ້ຈັດການທີມ ອາເຊນ່ອລ ເຜີຍວ່າ ຕົນເອງຮູ້ສຶກຜິດຫວັງເປັນຢ່າງສູງ ທີ່ຕ້ອນນີ້ທີມຕົນເອງບໍ່ໄດ້ກຸມຊະຕາໃນການລຸ້ນຕິດທັອບໂຟແລ້ວ ຫລັງຈາກທີ່ “ເຈົ້າປືນໃຫຍ່” ບຸກໄປແພ້ ນິວຄາສເຊິ່ນ ຢູໄນເຕັດ 0-2 ໃນເສິກ ພີເມຍລີກ ອັງກິດ ທີ່ສະຫນາມ ເຊນ ເຈມ ພາກ ມື້ຄືນວັນຈົນທີ່ 16 ພຶດສະພາ ທີ່ຜ່ານມາ ການເສຍໄຊເຮັດໃຫ້ ອາເຊນ່ອລ ເຮັດໃຫ້ມີໂອກາດຫນ້ອຍລົງທີ່ຈະລຸ້ນຕິດທັອບໂຟ ເພື່ອຄວ້າໂຕລຸຍເສິກ ຢູຟ່າ ແຊ້ມປ້ຽນ ລີກ ລະດູການຫນ້າ ໂດຍປະຈຸບັນ “ເຈົ້າປືນໃຫຍ່” ຢູ່ທີ່ອັນດັບ 5 ມີ 66 ຄະແນນ ຈາກການລົງແຂ່ງ 37 ນັດ ຕາມຫລັງ
17 May 2022
ພຣີເມຍລີກ ອັງກິດ
ເຮເທົ່ານັ້ນ! ອາເຊນ່ອລ ທວງທັອບໂຟ “ຊາກ້າ” ນຳທັບບຸກຟັດ ນິວຄາສເຊິ່ນ
“ປືນໃຫຍ່” ຂອງກຸນຊື ມິເກລ ອາເຕຕ້າ ກ່ອນເກມຫລົ່ນລົງມາອັນດັບ 5 ຖືກສະເປີ ມີແຕ້ມແຊ້ງຫນ້າຂຶ້ນໄປຍຶດອັນດັບທີ່ 4 ໂດຍຖິ້ມຫ່າງຢູ່ 2 ຄະແນນ ຄວາມພ້ອມຈັດ ບູຄາໂຍ່ ຊາກ້າ ນຳທັບບຸກດວນ “ສາລິກາດົງ” ທີມອັນດັບ 14 ເຊິ່ງແພ້ມາ 2 ນັດຕິດ ໃນເສິກບານເຕະ ພີ້ເມຍລີກ ອັງກິດ ຄືນວັນຈັນທີ່ 16 ພຶດສະພານີ້ ປຣີວິວບານເຕະ ພີເມຍລີກ ອັງກິດ ວັນຈັນ ວັນທີ 16 ພຶດສະພາ 2022 ນິວຄາສເຊິ່ນ – ອາເຊນ່ອລ ເວລາ : 02.00 ນ. ຖ່າຍທອດສົດ : TFP 1 (600),TFP 2 (601) ສະຫນາມ : ເຊນເຈມພາກ ເຮເທົ່ານັ້ນ! ອາເຊນ່ອລ
16 May 2022
ພຣີເມຍລີກ ອັງກິດ
ເປັນ-ຄລັອບຕິດແທ່ນ! 5 ກຸນຊືຊິງຍອດຢ້ຽມແຫ່ງຊີຊັ່ນ ພີເມຍລີກ
ເປັບ ກວາດິໂອລ່າ ແລະ ເຈີເກັ່ນ ຄລັອບ ຕິດແທ່ນເຂົ້າຊິງລາງວັນຜູ້ຈັດການທີມຍອດຢ້ຽມ ແຫ່ງຊີຊັ່ນ ພີເມຍລີກ ຮ່ວມ ໂທມັສ ແຟຣ້ງ, ເອັດດີ້ ຮາວ ແລະ ປາທຣິກ ວິເອຣ່າ ພີເມຍລີກ ອັງກິດ ປະກາດລາຍຊື່ 5 ຜູ້ຈັົດການທີມທີ່ຊິງລາງວັນກຸນຊືທີ່ຍອດຢ້ຽມ ປະຈຳລະດູການ2021/22 ອອກມາເປັນທີ່ຮຽບຮ້ອຍ ນຳມາໂດຍ ເປັບ ກວາດິໂອລ່າ ນາຍໃຫຍ່ ແມນເຊັດເຕີ ຊິຕີ້ ແລະເຈີເກັ້ນ ຄລັອບ ກຸນຊື ລິເວີພູລ ທີ່ກຳລັງຂັບຂ້ຽວລຸ້ນແຊ້ມກັນຢູ່ໃນເວລານີ້ ພີເມຍລີກ ຈະເປີດໃຫ້ແຟນບານເຂົ້າມາໂຫວດໄດ້ຈົນເຖິງວັນຈັນທີ່ 16 ພຶດສະາພນີ້ ແລະການຕັດສິນລາງວັນຈະນຳຜົນໂຫວດຈາກແຟນບານມາຮ່ວມກັບຄະແນນຂອງກຳມະການຜູ້ຊຽວຊານວົງການລູກຫນັງ ສ່ວນກຸນຊືອີກ 3 ຄົນ ທີ່ເຂົ້າຊິງລາງວັນໄດ້ແກ່ ໂທມັສ ແຟຣ້ງ(ເບຣນຟອດ),ເອັດດີ້ ຮາວ(ນິວຄາສເຊິ່ນ ຢູໄນເຕັດ)ແລະ ປາທຣິກ ວິເອຣ່າ (ຄຣິສຕັນ ພາເລດ) ເປັນ-ຄລັອບຕິດແທ່ນ! 5 ກຸນຊືຊິງຍອດຢ້ຽມແຫ່ງຊີຊັ່ນ ພີເມຍລີກ
14 May 2022
ພຣີເມຍລີກ ອັງກິດ
“ສະເຕີລິງ” ເຫມົາສອງ! ແມນຊິຕີ້ ແກຣ່ງບົດນິວຄາສເຊິ່ນທວງຈ່າຝຸງຖິ້ມຫ່າງຫົງແດງ 3 ແຕ້ມ
“ເຮືອໃບສີຟ້າ” ສ້າງຜົນງານໄດ້ຕາມເປົ້າຫມາຍຫລັງເປີດບ້ານຖະຫລົ່ມ ນິວຄາສເຊິ່ນ ພາທີມເກັບແຕ້ມເພິ່ມເປັນ 86 ຄະແນນ ທວງຕຳແຫນ່ງຈ່າຝຸງຄືນ ແຖມເອົາແຕ້ມຫນີຫ່າງ ລິເວີພູລ 3 ແຕ້ມແລະມີິປະຕູໄດ້-ເສຍ ດີກ່ວາ ໃນເສິກບານເຕະ ພີເມຍລີກ ອັງກິດ ມື້ວັນອາທິດທີ່ຜ່ານມາ ສະຫນາມ : ເອຕິຮັດ ສະເຕດ້ຽມ “ສະເຕີລິງ” ເຫມົາສອງ! ແມນຊິຕີ້ ແກຣ່ງບົດນິວຄາສເຊິ່ນທວງຈ່າຝຸງຖິ້ມຫ່າງຫົງແດງ 3 ແຕ້ມ was last modified: May 9th, 2022 by Vanxay
09 May 2022
ພຣີເມຍລີກ ອັງກິດ
ຕ້ອງເຮເພື່ອແຊ້ມ! ແມນຊິຕີ້ຈັດເຕັມສູບ “ເດິ ບຣອຍ” ນຳທັບຮັບນິວຄາສເຊິ່ລ
“ເຮືອໃບສີຟ້າ” ກ່ອນເກມຖືກ ລິເວີພູລ ແຊງຂຶ້ນໄປຍຶດຕຳແຫນ່ງຈ່າຝຸງອີກ ປະຕູໄດ້-ເສຍ ດີກ່ວາຖ້າຫາກວ່າຄວ້າໄຊໃນນັດນີ້ກໍ່ຈະເຮັດໃຫ້ແຕ້ມຫນີຫ່າງເປັນ 3 ຄະແນນ ຄວາມພ້ອມບໍ່ມີບັນຫາ ເຄວິນ ເດິ ບຣອຍ ນຳທັບ “ທູນ ອາມີ່” ທີມອັນດັບ 13 ທີ່ຜົນງານບໍ່ທຳມະດາ ໃນເສິກບານເຕະ ພີເມຍລີກ ອັງກິດ ຄືນວັນອາທິດທີ 8 ພຶດສະພານີ້ ປຣີວິວບານເຕະ ພີເມຍລີກ ອັງກິດ ວັນອາທິດທີ 8 ພຶດສະພາ 2022 ແມນໆ ຊິຕີ້ – ນິວຄາສເຊິ່ລ ເວລາ : 22.30 ນ. ຖ່າຍທອດສົດ : TPF HD 1 (600),TPF HD 2 (602) ສະຫນາມ : ເອຕິຮັດ ສະເຕດ້ຽມ ຕ້ອງເຮເພື່ອແຊ້ມ! ແມນຊິຕີ້ຈັດເຕັມສູບ “ເດິ
08 May 2022
ພຣີເມຍລີກ ອັງກິດ
ຫົງບໍ່ງ່າຍ! ນິວຄາສເຊິ່ລຄຶກຄື້ນ ຄິມາໄຣ້ ປັ້ນທັບ, ລິເວີພູລຈັດ ໂຊຕ້າ ບຸກຍິງລຸ້ນຂຶ້ນຈ່າຝຸງ
ຟອດດີເລີດຄືກັນທັງຄູ່ “ສາລິກາດົງ” ນັບແຕ້່ຂຶ້ນປິີ 2022 ຜົນງານດີເລີດຫລາຍຈາກທ້າຍຕາຕະລາງໄດ້ຂຶ້ນມາມາຢູ່ໃນອັນດັບ 9 ເກມນີ້ບໍ່ຫວັ່ນໄຫວ ຈັດບຣູ່ ໂນ່ກິມາໄຣ້ ປັ້ນທັບ ສ່ວນທາງຝັ່ງ “ຫົງແດງ” ກໍ່ຫາໄດ້ຂ່າວດີຫລັງຈາກທີ່ ເຈີເກັ້ນ ຄລັອບ ໄດ້ຕໍ່ຂະຫຍາຍສັນຍາອອກໄປ ແນວລຸກສະຫລັບມາໃຊ້ ດິໂອໂກ້ ໂຊຕ້າ ລົງລ່າຕາຄ່າຍຮ່ວມທັບກັບ ໂມຮາ ເຫມັດ ຊາລາແລະ ຊາດິໂອ ມາເນ່ ລຸ້ນຄວ້າສາມແຕ້ມເພື່ອຊິງຂຶ້ນຈ່າຝຸງກ່ອນ ໃນເກມພີເມຍລີກ ອັງກິດ ຕອນແລງວັນເສົາທີ່ 30 ເມສານີ້ ປຣີວິວ ບານເຕະ ພີເມຍລີກ ອັງກິດ ນິວຄາສເຊິ່ລ – ລິເວີພລູ ວັນເສົາທີ່ 30 ເມສາ 2022 ເວລາ : 18.30 ນ. ສະຫນາມ : ເຊັນເຕີ ເຈມພາກ ຖ່າຍທອດສົດ : TPF HD 1 (600)
30 Apr 2022
ພຣີເມຍລີກ ອັງກິດ
ລິເວີພູລລະວັງໄວ້ໃຫ້ດີ! ນິວຄາສເຊິ່ນກຽມສ້າງສະຖິຕິໂກງຕາຍຄົນທຳອິດໃນພີເມຍລີກ
ນິວຄາສເຊິ່ນ ຢູໄນເຕັດ ໃກ້ສ້າງສະຖິຕິສຸດຍອດໃນພີເມຍລີກໄດ້ສຳເລັດດ້ວຍການເປັນທີມທຳອິດທີ່ບໍ່ຕົກຊັ້ນທັ່ງໆທີ່ອອກສະຕາດຊີຊັ່ນ 14 ນັດທຳອິດທີ່ພວກເຂົາສະກົດຄຳວ່າ “ຊະນະ” ບໍ່ເປັນເລີຍ ສາລິກາດົງ ກຳລັງສ້າງປະຫວັດສາດປະດັບ ພີເມຍລີກ ໄດ້ລອມລໍ່ແລ້ວໃນຖານະທີ່ເປັນທີມທຳອິດມີ່ບໍ່ຊະນະຄູ່ແຂ່ງເລີຍໃນ 14 ນັດ ທຳອິດຂອງຊີຊັ່ນ ແຕ່ສາມາດພິກສະຖານະການເອົາໂຕລອດໄດ້ສຳເລັດຊະນິດທີ່ທີ່ບໍ່ຈະເປັນຕ້ອງລຸ້ນໂຕໂກ່ງຈົນເຖິງນັດສຸດທ້າຍອີກຊ້ຳ ສຳຫລັບ 14 ນັດ ທຳອິດຂອງຊີຊັ່ນນີ້ເຊິ່ງ ເດິ ແມັກພາຍ ຊະນະຄູ່ແຂ່ງບໍ່ໄດ້ເລີຍ ແລະຈົມຢູ່ເປັນທີມບ້ວຍຂອງຕາຕະລາງນັ້ນ ພວກເຂົາເກັບແຕ້ມໄດ້ທັງຫມົດພຽງແຕ່ 7 ແຕ້ມຈາກຜົນສະເຫມີ 7 ນັດແລະແພ້ 7 ນັດ ສຳຫລັບນັກເຕະໃຫມ່ໃນວົງເງິນລົງທຶນ 95 ລ້ານປອນ(ປະມານ 4,173ລ້ານບາດ) ທີ່ຍ້າຍມາຊ່ວຍໃຫ້ ນິວຄາສເຊິ່ນ ມີຜົນງານວັນດີຄືນດີຈົນກະໂດດຂຶ້ນສູ່ອັນດັບ 9 ຂອງຕາຕະລາງ ດ້ວຍເຫດຜົນນີ້ ທີມອີສານແຫ່ງເມືອງຜູ້ດີຈຶ່ງກຽມໄດ້ຮັບການກາລັນຕີວ່າ ລອດພົ້ນຈາກການຕົກຊັ້ນແນ່ນອນ 100% ຫາກວ່າເກມຕໍ່ໄປພວກເຂົາມີຜົນງານທີ່ດີກັບການເປີດບ້ານຮັບ ລິເວີພູລ ລິເວີພູລລະວັງໄວ້ໃຫ້ດີ! ນິວຄາສເຊິ່ນກຽມສ້າງສະຖິຕິໂກງຕາຍຄົນທຳອິດໃນພີເມຍລີກ was last modified: April 26th, 2022 by Vanxay
26 Apr 2022
ພຣີເມຍລີກ ອັງກິດ
ຈິງຈອກມີເມື່ອຍ! ເລສເຕີບໍ່ງ່າຍ “ດາກ້າ” ໂຕຈິງລ່າໄຊຖິ່ນນິວຄາສເຊິ່ນ
“ຫມາຈິງຈອກ” ຂອງກຸນຊື ເບຣນແດ້ນ ຣັອດເຈີ ທີ່ແມ່ນວ່າຊ່ວງຫລັງຟອມດີບໍ່ແພ້ໃຜມາ 5 ນັດຕິດຕໍ່ກັນລວມທຸກລາຍການ ແຕ່ເຈີບັນຫາຄວາມອ່ອນຫລ້າອິດເມື່ອຍຫລິ້ນງານ ແດນຫນ້າສະລັບໃຊ້ ແພດສັນ ດາກ້າ ລ່າສະກໍ ສ່ວນທາງ “ສາລິກາດົງ” ມີຜົນງານບໍ່ທຳມະດາວາງ ອັລລັອງ ແຊງ-ມັກຊິແມງ ເປັນໂຕເດັດ ໃນເສິກບານເຕະພີເມຍລີກ ອັງກິດ ຄືນວັນອາທິດທີ່ 17 ເມສານີ້ ປຣີວິວບານເຕະ ພີເມຍລີກ ອັງກິດ ວັນອາທິດທີ່ 17 ເມສາ 2022 ນິວຄາສເຊິ່ນ ຢູໄນເຕັດ – ເລສເຕີ ຊິຕີ້ ຖ່ານທອດສົດ : TPF HD 3 (602) ເວລາ : 20.15 ນ. ສະຫນາມ : ເຊນ ເຈມ ພາກ ຈິງຈອກມີເມື່ອຍ! ເລສເຕີບໍ່ງ່າຍ “ດາກ້າ” ໂຕຈິງລ່າໄຊຖິ່ນນິວຄາສເຊິ່ນ was
17 Apr 2022
ພຣີເມຍລີກ ອັງກິດ
ແມນຢູມີລຸ້ນບໍ່?ເປີດອັດຕຣາການຕໍ່ລອງລ່າສຸດທີມໃຫມ່ເຄນ
ແມນເຊັດເຕີ ຢູໄນເຕັດ ສະໂມສອນດັງຂອງ ພີເມຍລີກ ຖືກຍົກໃຫ້ເປັນເຕັງຫນຶ່ງທີ່ຈະໄດ້ ເຮຣີ່ ເຄນ ຍອດດາວຍິງທີມ ສະເປີ ໄປເສີມທັບໃນຊີຊັ່ນຫນ້າ ຈາກການກຳຫນົດອັດຕຣາການຕໍ່ລອງລ່າສຸດຂອງສະກາຍ ເບດ ກອງຫນ້າທີມຊາດອັງກິດ ກັບມາຕົກເປັນຂ່າວກັບ ຜີແດງ ອີກຄັ້ງເມື່ອບໍ່ເທົ່າໃດມື້ກ່ອນຫນ້າແມ່ນວ່າຈະເຊື່ອກັນວ່າເຂົາຖືກຕາມລ່າຈາກຫລາຍທີມຍັກມີທັງ ແມນໆ ຊິຕີ້,ເຊລຊີ ຕະຫລອດຈົນອີກຫລາຍໆ ທີມໃນຕ່າງແດນ ຕໍ່ກໍລະນີດັ່ງກ່າວລ່າສຸດສະກາຍເບດ ກຳຫນົດອັດຕຣາການຕໍ່ລອງເຊິ່ງຫນ້າຈະເຮັດໃຫ້ບັນດາສາວົກ ອະສຸນແດງ ຕື່ນເຕັ້ນໄປຕາມໆກັນເນື່ງອຈາກທີມລູກຫນັງຄ່າຍ ໂອລ ແທຟຟອດ ຖືກບໍລິສັດຮັບພະນັນຜູ້ນີ້ເບິ່ງວ່າມີໂອກາດໄດ້ໂຕ ເຄນ ໄປຮ່ວມກັບຕົ້ນສັງກັດຫລາຍທີ່ສຸດ ແມ່ນວ່າຊຳເມີທີ່ຜ່ານມາກອງຫນ້າໄວ 28 ປີ ຈະຕົກເປັນຂ່າວກັບ ແມນໆ ຊິຕີ້ ຫລັງປະກາດຂາຍສະໂມສອນ ແຕ່ບໍ່ໄດ້ຮັບການຕອບສະຫນອງຈາກຕົ້ນສັງກັດ ແນວໃດກໍ່ດີິມີຄວາມເປັນໄປໄດ້ສູງວ່າ ເຄນ ຈະໄດ້ຮັບໃຊ້ໄກ້ເດືອທອງ ຕໍ່ໃນຊີຊັ່ນຫນ້າເນື່ອງຈາກ ສະກາຍ ເບດ ເລືອກທີ່ຈະບໍ່ປະກາດອັດຕຣາການຕໍ່ລອງອອກມາ ແມນໆ ຢູໄນເຕັດ 9-2(ແທງ 2ົດ້ 9ບໍ່ລວມທຶນ) ແມນໆ ຊິຕີ້ 5-1 ເຊລຊີ 12-1 PSG,ເຣອັລ
04 Apr 2022
ພຣີເມຍລີກ ອັງກິດ
ຮຽງຫນ້າຍິງ!ສະເປີລົວເຄິ່ງຫລັງຍິງນິວຄາສເຊິ່ລເຮ 3 ເກມຕິດແຊງປືນຂຶ້ນທີ່ 4
“ໄກ່ເດືອທອງ” ຂອງກຸນຊື ອັນໂຕນິໂອ ຄອນເຕ້ ສ້າງຜົນງານໄດ້ຕາມເປົ້າຫມາຍຫລັງເປີດບ້ານເອົາຊະນະ “ສາລິກາດົງ” 5-1 ເຮໃນລີກ 3 ນັດຕິດເກັບແຕ້ມເພີ່ມເປັນ 54 ຕະແນນເທົ່າກັບ ອາເຊນ່ອລ ແຕ່ປະຕູໄດ້-ເສຍດີກ່ວາ ກ້າວຂຶ້ນມາຢູ່ອັນດັບ 4 ໂດຍແຂ່ງຫລາຍກ່ວາ 1 ນັດ ໃນເສິກບານເຕະ ພີເມຍລີກ ອັງກິດ ຄືນວັນອາທິດ ທີ່ຜ່ານມາ ເສີກພີເມຍລີກ ອັງກິດ ນັດທີ່ 30 ວັນອາທິດທີ່ 3 ເມສາທີ່ຜ່ານມາ ສະເປີ ອັນດັບທີ່6 ເປີດທັອດແນມ ຮອດສະເປີ ສະເຕດ້ຽມ ຕ້ອນຮັບການມາເຢືອນຂອງ ນິວຄາສເຊິ່ລ ອັນດັບທີ່ 15 ຮຽງຫນ້າຍິງ!ສະເປີລົວເຄິ່ງຫລັງຍິງນິວຄາສເຊິ່ລເຮ 3 ເກມຕິດແຊງປືນຂຶ້ນທີ່ 4 was last modified: April 4th, 2022 by Vanxay
04 Apr 2022
ພຣີເມຍລີກ ອັງກິດ
ວິລລ່າສະດຸ້ງ!ນິວຄາສເຊິ່ລພ້ອມຈ່າຍຄ່າໂບນັສຄູຕິນໂຍ່
ສະປອດ ສື່ກິລາຂອງແຄ້ວນກາຕາລຸນຍ່າ ລະບຸ ນິວຄາສເຊິ່ລ ພ້ອມຕວິກເງິນກ້ອນ ພຶນເສດເປັນຈຳນວນ 1 ລ້ານປອນໃຫ້ກັບ ຟີລິບເປ້ ຄູຕິນໂຍ່ ເພື່ອໃນ້ມນ້າວໃຫ້ເຂົາໄປສ່ວມເສື້ອ”ສາລິກາດົງ”ຫລັງຈາກຕອນນີ້ ຄູຕິນໂຍ່ ທຳຜົນງານໄດ້ໂດດເດັ່ນກັບ ວິລລ່າສຸດໆ ນິວຄາສເຊິ່ລ ຢູໄນເຕັດ ສະໂມສອນໍັ້ນນຳແຫລ່ງເສິກ ພີເມຍລີກ ອັງກິດ ພ້ອມຈະຈ່າຍເງິນພິເສດໃຫ້ກັບ ຟີລິບເປ້ ຄູຕິນໂຍ່ ເປັນຈຳນວນ 1 ລ້ານປອນ(ປະມານ 44 ລ້ານບາດ)ເພື່ອເກ່ຍກ່ອມໃຫ້ເຂົ້າມາຢູ່ກັບທີມໃນຊໍວງຊຳເມີນີ້ ຕາມການລາຍຂອງ ສະປອດ ສື່ກິລາຊື່ດັງຂອງແຄ້ວນກາຕາລຸນຍ່າ ເມື່ອຊ່ວງຊຳເມີທີ່ຜ່ານມາ ຟີລິບເປ້ ຄູຕິນໂຍ່ ຍ້າຍຈາກ ບາເຊໂລນ່າ ມາຫລິ້ນໃຫ້ ແອສຕິນ ວິລລ່າ ດ້ວຍສັນຍາຍືມໂຕຈົນຈົບລະດູການ ພ້ອມກັບມີອັອຟຊັ່ນຊີ້ຂາດ ເຊິ່ງເຂົາກໍ່ມີຜົນງານໄດ້ໂດດເດັ່ນຢ່າງສູງຍິງໄປ 4 ປະຕູກັບ 3 ແອສຊິສ ຈາກການລົງຫລິ້ນໃນ ພີເມຍລີກ 10 ນັດ ຈົນເຮັດໃຫ້ເລິ່ມມີການເວົ້າເຖິງຄວາມເປັນໄປໄດ້ທີ່ ວິລລ່າ ຈະໃຊ້ອັອຟຊັ່ນຊື້ຂາດເຂົາ ແນວໃດກໍ່ຕາມ ເັປັນທີ່ເຊື່ອກັນວ່າ ວິລລ່າ
01 Apr 2022
ພຣີເມຍລີກ ອັງກິດ
ລອດຕົກຊັ້ນໃຫ້ໄດ້ກ່ອນ!ກີມາໄຣລັ່ນວ່ານິວຄາສເຊິ່ລໃຫຍ່ກ່ວາອາເຊນ່ອລໄດ້
ບຣູໂນ່ ກີມາໄຣສ ມິດຟິວປ້າຍແດງຂອງ ນິວຄາສເຊີ່ລ ປະກາດ”ສາລິກາດົງ”ມີດີພໍທີ່ຈະເປັນທີມໃຫຍ່ກ່ວາອາເຊນ່ອລໄດ້ ແຕ່ຍອມຮັບວ່າຕອນນີ້ຕ້ອງໃຫ້ຄວາມສຳຄັນກັບການລອດຕົກຊັ້ນໃຫ້ໄດ້ກ່ອນ ບຣູໂນ່ ກີມາໄຣສ ກອງກາງຄົນໃຫມ່ຂອງ ນິວຄາສເຊິ່ລ ຢູໄນເຕັດ ສະແດງຄວາມເຊື່ອວ່າ “ສາລິກາດົງ”ມີສັກກະຍາພາບທີ່ຈະເປັນທີມໃຫຍ່ກ່ວາ ອາເຊນ່ອລໄດ້ ກີມາໄຣໄສ ເຄີຍເປັນທີ່ສົນໃຈຂອງ ນິວຄາສເຊິ່ລ ແລະອາເຊນ່ອລ ຈາກການທີ່ລາວທຳຜົນງານໄດ້ດີເດັ່ນກັບ ລີຍົງ ກ່ອນທີ່ສຸດທ້າຍຜູ້ກ່ຽວຈະເລືອກທາງມາເຂົ້າກັບທີມດັງຂອງຖິ່ນ ເຊ່ນ ເຈມ ພາກ ເຖິ່ງແມ້ນທີມຂອງກຸນຊື ເອັດດີ້ ຮາວ ກຳລັງຈະລູ້ນຫນີຕົກຊັ້ນ ຕ່າງກັບ ອາເຊນ່ອລ ທີ່ມີລຸ້ນໂຄຕາບານເຕະບານຖ້ວຍຢູໂຣບກໍ່ຕາມ ທັ່ງນີ້ ລ່າສຸດ ກີມາໄຣສ ໄດ້ໃຫ້ສຳພາດເຖິງປະເດັນຕ່າງໆກັບ ເດິ ກາດ້ຽນ ສື່ຂອງອັງກິດ ແລະພໍຖືກຖາມວ່າຕາມສັກກະຍາພາບແລ້ວ ນິວຄາສເຊິ່ລ ສາມາດເປັນທີມໃຫຍ່ກ່ວາອາເຊນ່ອລ ໄດ້ ຫລືອບໍ່ນັ້ນ ຜູ້ກ່ຽວບອກວ່າ “ໄດ້ແນ່ນອນ ທີ່ຈິງແລ້ວພວກເຮົາກໍ່ເປັນສະໂມສອນທີ່ມີປະເພນີອັນທີ່ຍິ່ງໃຫຍ່ແລະປະຫວັດສາດທີ່ສຸດຍອດຢູ່ແລ້ວ ຂ້ອຍບໍ່ຕົດຂາກັບການຕັດສິນໃນມາຫລິ້ນໃຫ້ກັບບ່ອນນີ້ເລີຍ ຂ້ອຍເຊື່ອໃນທຸກຢ່າງທີ່ເຈົ້າຂອງທີມເລົ່າໃຫ້ຟັງໃນຕອນທີ່ພວກເຂົາເວົ້າເຖິງໂປເຈັກຂອງພວກເຂົາ ເຮົາຈະເປັນທີມໃຫຍ່ໃນໂລກບານເຕະໄດ້ແນ່ນອນ” ແນ່ນອນວ່າເປົ້າຫມາຍໃນລະດູການນີ້ຄືການຢູ່ໃນ ພີເມຍລີກ ໃຫ້ໄດ້ ແຕ່ເປົ້າຫມາຍຫລັກໃນອີກຫລາຍປີຕໍ່ຈາກນີ້ຄືການໄດ້ຫລິ້ນ ແຊ້ມປ້ຽນລີກ ແລ້ວຄ້ວາແຊ້ມ
08 Feb 2022
ພຣີເມຍລີກ ອັງກິດ
ຄົນນີ້ບໍ່ພາດ!!!ໂຣມາໂນ່ ຢືນຢັນນິວຄາສເຊິ່ນປິດດິວດາວເຕະ ລີຍົງຮຽບຮ້ອຍ
ລໍພຽງແຕ່ປະກາດຢ່າງເປັນທາງການເທົ່ານັ້ນ…ຟາບຣິຊິໂອ ໂຣມາໂນ່ ຫຍ່ຽວຂ່າວລູກຫນັງຄົນດັງ ຄອນເຟີມ ນິວຄາສເຊິ່ນ ຢູໄນເຕັດ ປິດດິວ ດຶງໂຕ ບຣູໂນ່ ກິມາໄຣ ມິດຟິວ ໂອແລມປິກ ລີຍົງ ຮຽບຮ້ອຍຄ່າໂຕລວມທະລຸ 1,500ລ້ານບາດ ຟາບຣິຊິໂອ ໂຣມາໂນ່ ຜູ້ສື່ຂ່າວສາຍບານເຕະທີ່ເຊື່ອຖືໄດ້ ໄດ້ຢືນຢັນວ່າ ນິວຄາສເຊິ່ນ ຢູໄນເຕັດ ສະໂມສອນມະຫາເສດຖີໃນເສິດ ພີເມຍລີກ ອັງກິດ ໄດ້ເຊັນສັນຍາ ຄ້ວາໂຕ ບຣູໂນ່ ກີມາໄຣ ກອງກາງ ຊາວບຣາຊິລຍນຂອງໂອແລມປິກ ລິຍົງ ເປັນທີ່ຮຽບຮ້ອຍ ເຖິງແມ່ນວ່າດາວເຕະໄວ 24 ປີ ກຳລັງຢູ່ໃນຊ່ວງຊ່ວຍທີມຊາດບາຊິວ ຟາດແຂ້ງໃນເສິດ ບານເຕະໂລກ 2022 ຮອບຄັດເລືອກ ໂຊນອາເມຣິກາໃຕ້ ແຕ່ ສາລິກາດົງ ກໍ່ບໍ່ມີບັນຫາໃນການປິດດິວໃນການຄ້ວາໂຕຜູ້ກ່ຽວເຂົ້າສູ່ຖິ່ນ ເຊນ ເຈມ ພາກ ເຊິ່ງຕອນນີ້ຍັງເຫລືອພຽງແຕ່ການປະກາດຢ່າງເປັນທາງການຈາກສະໂມສອນເທົ່ານັ້ນ “ປິດດິວຮຽບຮ້ອຍ ແລະ here we go! ບຣູໂນ່ ກິມາໄຣ
30 Jan 2022
ພຣີເມຍລີກ ອັງກິດ
ຢຽບຈຳດິນ!!!ແສແມນຢູຕັ້່ງເງື່ອນໄຂ 3 ຂໍ້ ປ່ອຍລິນກາດ ຫານິີວຄາສເຊິ່ນ
ສື່ຜູ້ດີ ແສສະນັ່ນ ແມນເຊັດເຕີ ຢູໄນເຕັດ ແທງກັກເບິ່ງຄືວ່າບໍ່ຢາກໃຫ້ ເຈສຊີລິນກາດ ຍ້າຍໄປຫລິ້ນກັບນິວ ຄາສເຊິ່ນ ຢູໄນເຕັດ ໂດຍຕັ້ງເງື່ອນໄຂ 3 ຂໍ້ ເຊິ່ງຫາກ “ສາລິກາດົງ” ຍອມຮັບໄດ້ກໍ່ຈະປ່ອຍໃຫ້ໄປຫຼິ້ນແບບຢືມໂຕຈົນຈົບຊີຊັ່ນນີ່ ແມ່ນເຊັດເຕີ ຢູໄນເຕັດ ສະໂມສອນດັງໃນເສິກ ພີເມຍລີກ ອັງກິດ ຈະຍອມປ່ອຍໂຕ ເຈສຊີ ລິນກາດ ປີດຄວາມໄວສູງ ໃຫ້ກັບ ນິວຄາສເຊິ່ລ ຢູໄນເຕັດ ຢືມໂຕໄປໃນຊ່ວງຕະຫລາດຊື້ຂາຍນັກເຕະ ຮອບ 2 ເດືອນມັງ ຫາກວ່າ ສາລິກາດົງ ຍອມຮັບ 3 ຂໍ້ສະເຫນີຂອງທັບ ຜີສາດແດງ ລິນກາດ ມີແວວຫມົດອານາຄົດໃນຖິ່ນ ໂອລແທຟຟອດ ເປັນທີ່ຮຽບຮ້ອຍຈາກການທີ່ລະດູການນີ້ກໍ່ຫາໄດ້ລົງຫລິ້ນໃຫ້ທີມໄປພຽງ 14 ນັດ ໃນທຸກລາຍການ ແຖມຍັງບໍ່ເຄີຍເປັນໂຕຈິງໃນລີກແມ່ນແຕ່ນັດດຽວຈາກການລົງຫລິ້ນ 9 ເກມ ສົ່ງຜົນໃຫ້ຜູ້ກ່ຽວຕົກເປັນຂ່າວກ່ຽວກັບການຍ້າຍທີມຢ່າງຫນັກ ກ່ອນັຫນ້ານີ້ມີການລະບຸວ່າ ນິວຄາສເຊິ່ລ ຢາກຈະຢືມລິນກາດ ເຊິ່ງຈະຫມົດສັນຍາຫລັງຈົບຊີຊັ່ນນີ້ໄປໃຊ້ງານ ແຕ່ຕ້ອງລົ້ມເລີກເພາະ ແມນໆ ຢູໄນເຕັດ
27 Jan 2022
ພຣີເມຍລີກ ອັງກິດ
ເພື່ອຜົນດີຕໍ່ນັກເຕະ!!ຄືນແນະນຳສະເປີ ຮີບປ່ອຍ ອັລລີ່ ຊີເປົ້າວ່າທີມ ຄວນຍ້າຍທີ່ພັກ
ຣອຍ ຄືນ ອະດີດມິດຟິລ ຄົນດັງ ລະບຸວ່າ ສະເປີ ຄວນຈະປ່ອຍ ເດເລ່ ອັລລີ່ ເຜື່ອຜົນດີຕໍ່ນັກເຕະຊາວອັງກິດ ພ້ອມບອກວ່າ ນິວຄາສເຊິ່ນ ຖືວ່າເປັນທາງເລືອກທີ່ດີສຳຫລັບ ອັລລີ່ ຣອຍ ຄືນ ຕຳນານກອງກາງຊາວໄອຣິສ ກ່າວວ່າ ທັອດແນມ ຮັອດສະເປີ ສະໂມສອນດັງແຫ່ງເສິດ ພີເມຍລີກ ອັງກິດ ຄວນຈະປ່ອຍ ເດເລ່ ອັລລີ່ ອອກຈາກທີມໂດຍໄວ ຫລາຍລະດູການກ່ອນ ອັລລີ່ຖືວ່າເປັນຫນຶ່ງໃນນັກເຕະທີ່ສ້າງຜົນງານໄດ້ໂດດເດັ່ນຄົນຫນຶ່ງ ຂອງພີເມຍລີກ ແຕ່ວ່າຊ່ວງທີ່ຜ່ານມາ ຟອມຂອງເຂົາຕົກລົງຢ່າງທີ່ເຫັນໄດ້ຊັດເຈນ ປະຈຸບັນຜູ້ກ່ຽວບໍ່ໄດ້ເປັນເສົາຫຼັກໃຫ້ທີມອີກຕໍ່ໄປແລ້ວ ຄືນ ກ່ວາລະຫວ່າງເຮັດຫນ້າທີ່ນັກວິເຄາະໃຫ້ໃຫ້ກັບ ສະກາຍສະປອດ ສື່ກິລາຊັ້ນນຳຂອງອັງກິດ ວ່າ “ເດັກນ້ອຍຕົນນີ້ເສຍດວງຕາພິຄາດໄປແລ້ວ ບາງທີນາຍໃຫຍ່ເຈົ້າຕ້ອງຍອມປ່ອຍໃຫ້ລາວໄປນັ້ນຄືທາງທຳມະຊາດຂອງໂລກບານເຕະ ບາງຄັ້ງຄົນເຮົາກໍ່ຈະຫມົດເວລາກັບທີ່ໃດຫນຶ່ງແລ້ວ,ເສຍແນວທາງຂອງຕົນເອງໄປແລ້ວດັ່ງນັ້ນ ພວກເຂົາກໍ່ຄວນຈະຕ້ອງເຮັດໃນເລື່ອງທີ່ດີກັບເດັກຄົນນັ້ນແລະຍອມປ່ອຍເຂົາອອກໄປ” ທັງນີ້ ເຈມີ່ ເຣັດແນບ ຖາມວ່າ ອັລລີ່ ຄວນຈະຍ້າຍໄປຢູ່ທີມໄຫນ ຄືນກໍ່ຕອບວ່າ ນິວຄາສເຊິ່ນ ນັ້ນເດໃຫ້ລາວໄປຫລິ້ນຢູ່ຫັ້ນເຖິ ແຟນໆຈະຮັກລາວແນ່ນນອນ ເພື່ອຜົນດີຕໍ່ນັກເຕະ!!ຄືນແນະນຳສະເປີ ຮີບປ່ອຍ ອັລລີ່
24 Jan 2022
ພຣີເມຍລີກ ອັງກິດ
ນິວຄາສເຊິ່ນມີເງີບ!!ເຊບີຍ່າປັດຂາຍການລອສແມ່ນວ່າໄດ້ກ່ວາ 1000 ລ
ເບິ່ງຄືວ່າມັນງ່າຍສະແລ້ວສຳລັບ “ສາລິກາດົງ”ນິວຄາສເຊິ່ນຢູໄນເຕັດ ທີ່ລ່າສຸດ ເຊບີຍ່າ ປິດຂາຍ ດີເອໂກ ກາລອສ ເຖິງແມ່ນວ່າໄດ້ຂໍ້ສະເຫນີຫລາຍກວ່າ 1,000 ລ້ານບາດ ແຖມສໍ້ແວວວືດ ເຈສຊີ່ ລິນກາດ ອີກຄົນ ຟາລຣິຊິໂອ ໂຣມາໂນ ຜູ້ສື່ຂ່າວວົງການບານເຕະໄດ້ເປີດເຜີຍວ່າ ເຊບິຍ່າ ສະໂມສອນດັງໃນເສິກ ລາລິກາ ສະເປນ ໄດ້ປະຕິເສດຂໍ້ສະເຫນີເງິນຈຳນວນ 30 ລ້ານຢູໂຣ(ປະມານ 1,110,ລ້ານບາດ) ທີ່ນິວຄາສເຊິ່ນ ຢູໄນເຕັດ ຢື່ນຂໍ້ສະເຫນີມາຊື້ໂຕ ດີເອໂກ້ ກາລອສ ເຊັນເຕີແບັກຊາວບາຊິລຽນ ຮຽບຮ້ອຍ ກ່ອນຫນ້ານີ້ມີກະແສຂ່າວວ່າ ສາລິກາດົງໃກ້ທີ່ຈະປິດດິວການຄ້ວາໂຕ ກາລອສ ມາເສີມແນວຮັບ ຫລັງຈາກທີ່ໂຕນັກເຕະໄດ້ແຈ້ງຕົ້ນສັງກັດຍ້າຍທີມຮຽບຮ້ອຍ ແຕ່ລ່າສຸດເບິ່ງຄືວ່າ ນິວຄາສເຊິ່ນຍັງຕ້ອງພະຍາຍາມຢ່າງຫນັກ ຫາກຕ້ອງການດຶງ ນັກເຕະຫລັງໄວ 28 ປີ ມາຍັງຖິ່ນ ເຊນ ເຈມ ພາດ “ຂໍ້ສະເຫນີເງິນ 30 ລ້ານຢູໂຣ ທີນິວຄາສເຊິ່ນ ຂໍຊື້ ດີເອໂກ ກາລອສ ໄດ້ຖືກປະຕິເສດຮຽບຮ້ອຍ
21 Jan 2022
ພຣີເມຍລີກ ອັງກິດ
ຢ່າງເປັນທາງການ!!ນິວຄາສເຊິ່ນວູດ ເສີມທັບຄົນທີ່ສອງ
ຄຣິສ ວູດ ດາວຍິງກີວີ ເປີດໂຕເປັນແຂ້ງໃຫ່ ນິວຄາສເຊິ່ນ ຄົນທີ່ສອງໃນຊ່ວງເປີດຕະຫລາດຫນ້າຫນາວຮຽບຮ້ອຍ ຫລັງດຶງມາຈາກ ເບິນລີ່ ດ້ວຍຄ່າໂຕ 25 ລ້ານປອນ ນິວຄາສເຊິນ ຢູໄນເຕັດ ປະກາດຢືນຢັນຄ່າໄຕ ຄຣິສ ວູດ ກອງຫນ້າທີມຊາດນິວຊີແລນ ມາຈາກ ເບີນລີ ຄູ່ປຂ່ງຮ່ວມເສີກ ພີເມຍລີກ ຢ່າງເປັນທາງການແລ້ວໃນມື້ວັນ ພະຫັດ ວັນທີ 13 ມັງກອນ ຜ່ານມາ ດາວເຕະໄວ 30 ປີເຊັນສັນຍາກັບ “ສາລິກາດົງ” ເປັນເວລາ 2 ປີ ຫລືອວ່າ ຈົນເຖິງ ປີ 2024 ດ້ວຍຄ່າໂຕ ປະມານ 25 ລ້ານປອນ (ປະມານ1,125ລ້ານບາດ) ແລະຈະໃສ່ເສື້ອຫມາຍເລກ20ໃຫ້ກັບນິວຄາສເຊິ່ນ ວູ້ດ ຖືວ່າເປັນນັກແຂ້ງຄົນໃຫມ່ຄົນທີ່ 2 ຂອງ “ສາລິກາດົງ” ໃນຊ່ວງເປີດຕະຫລາດຫນ້າຫນາວຕໍ່ຈາກຄີແຣນທຣິບເປຍ ແບັກຂວາທີມຊາດອັງກິດ ທີ່ດຶງມາຈາກ ແອດເລຕິໂກ ມາຣິດ ດ້ວຍຄ່າໂຕ
14 Jan 2022
ພຣີເມຍລີກ ອັງກິດ
ຂອງດີໃຜກໍ່ຢາກໄດເ!! ນິວຄາສເຊິ່ລ,ດອດມູນ ສົນໃຈຢືນ ຟານເດິເບັກຮ່ວມທີມ
ສື່ຜູ້ດີລາຍງານວ່າ ນິວຄາສເຊິ່ລ ຢູໄນເຕັດ ແລະໂບຣູສເຊຍ ດອດມູນ ສົນໃຈຢາກຢືມໂຕ ດອນນີ່ ຟານ ເດິ ເບັກ ມິດຟິລ ແມນຢູໄນເຕັດ ຫລັງ “ຜີແດງ”ຢາກປ່ອຍໃຫ້ນັກເຕະອອກໄປຫຼິ້ນຊົ່ວຄາວເພື່ອໃຫ້ເຂົາມີໂອກາດໄດ້ລົງສະຫນາມຢ່າງຕໍ່ເນື່ອງ ນິວຄາສເຊິ່ລ ຢູໄນເຕັດ ແລະໂບຣູສເຊຍ ດອດມູນ ພ້ອມທີ່ຈະຍື່ນຂໍ້ສະເຫນີຢືມໂຕ ດອນນີ່ ຟານເດີ ເບັກ ກອງກາງຊາວດັດຂອງ ແມນເຊັດເຕີ ຢູໄນເຕັດ ຫລັງນັກເຕະບໍ່ຄ່ອຍໄດ້ຮັບໂອກາດລົງສະຫນາມໃນຍຸກທີ່ ຣາຟ ຣັງນິກ ກຸມບັງຫ້ຽນ “ຜີສາດແດງ” ມິດຟິລດີກຣີທີມຊາດຮອນແລນ ເຊິ່ງຍ້າຍມາຈາກ ອາເຈັກ ອຳສະເຕີດຳ ມາຫຼິ້ນໃນຖິ່ນໂອລ ແທັກຟອດ ດ້ວຍຄ່າໂຕ 40 ລ້ານປອນ (ປະມານ 1,760ລ້ານບາດ)ໃນປີ 2019 ຍັງບໍ່ມີໂອກາດລົງຫຼິ້ນໂຕຈິງໃນພີເມຍລິກໃນລະດູການນີ້ເລີຍແລະເບິ່ງຄືວ່າອານາຄົດຂອງລາວກັບສະໂມສອນໃກ້ທີ່ຈະແຕກຫັກເຕັມທີ ຂະນະທີ່ເກມບານຖ້ວຍ ຟານ ເດິ ເບັດ ກໍ່ບໍ່ມັກໄດ້ລົງຫຼິ້ນໂຕຈິງໄດ້ພໍເທົ່າໃດ ລ່າສຸດຖືກສົ່ງເປັນໂຕສຳຮອງໃນແມັດທີ່ ຜີແດງ ເຈີກັບ ແອສຕັນ ວິລລ່າ 1-0 ໃນເສີດເອັຟເອຄັບ
14 Jan 2022