Real Madrid
ພຣີເມຍລີກ ອັງກິດ
ລໍທາງເປັນທາງການ! ແສເອັມບັບເປ້ຕົກລົງເງື່ອນໄຂສ່ວນໂຕຮຽບຮ້ອຍ
ສື່ຊັ້ນນຳຕີຂ່າວ ຄີລິຍັນ ເອັມລັບເປ້ ຫົວຫອກແຊ້ມໂລກ ຕົກລົງເງື່ອນໄຂສ່ວນໂຕກັບ ເຣອັລ ມາດຣິດ ໄດ້ແລ້ວ ໂດຍງານນີ້ນັກເຕະກຽມຍ້າຍຈາກ ປາຣີດ ແຊງ-ແຊັກແມງ ແບບບໍ່ມີຄ່າໂຕໃນຊ່ວງຊຳເມີນີ້ “ດິ ແອດເລຕິກ” ສື່ມາດຕະຖານສູງ ລາຍງານວ່າ ຄີລິຍັນ ເອັມບັບເປ້ ກອງຫນ້າຟອມແຮງ PSG ຕົກລົງເງື່ອນໄຂສ່ວນໂຕກັບ ເຣອັລ ມາດຣິດ ຮຽບຮ້ອຍແລ້ວ ແລະກຽມທີ່ຈະຍ້າຍໄປເປັນສະມາຊິກໃຫມ່ທັບ “ລາຊາຊຸດຂາວ” ຝຍໄງໆນີ້ ຄີລິຍັນ ເອັມລັບເປ້ ຕົກເປັນືທີ່ຫມາຍຂອງ ເຣອັລ ມາດຣິດມາຕະຫລອດໃນຊ່ວງທີ່ຜ່ານມາ ໂດຍນັກເຕະເກືອບໄດ້ຍ້າຍໄປຫລິ້ນໃຫ້ກັບພວກເຂົາຕັ້ງແຕ່ຊ່ວງຊຳເມີທີ່ຜ່ານມາແຕ່ PSG ປະຕິເສດຄ່າໂຕ 171 ລ້ານປອນ(ປະມານ 7,524ລ້ານບາດ) ຂອງທັບ “ໂລສ ບະລັງໂກສ” ແນວໃດກໍ່ຕາມດາວຍິງທີມຊາດຝຣັ່ງເສດເຊິ່ງຈະຫມົດສັນຍາກັບຕົ້ນສັງກັດຫລັງຈົບລະດູການນີ້ ມີຄວາມມຸ້ງຫມັ້ນຢ່າງແຮງກ້າທີ່ຈະຍ້າຍໄປຫລິ້ນໃນຖິ່ນ ຊານຕິອາໂກ້ ເບນາເບວ ຢ່າງສູງ ລ່າສຸດ” ດິແອດເລຕິກ” ລະບຸວ່າ ຕອນນີ້ນັກເຕະໄດ້ຕົກລົງເງື່ອນໄຂສ່ວນໂຕແລ້ວກັບ ເຣອັລ ມາດຣິດ ໄດ້ແລ້ວ ລໍທາງເປັນທາງການ! ແສເອັມບັບເປ້ຕົກລົງເງື່ອນໄຂສ່ວນໂຕຮຽບຮ້ອຍ
17 May 2022
ພຣີເມຍລີກ ອັງກິດ
ແຟນລິເວີພູລຍິ້ມອອກ! ຊາລາຕອບແລ້ວພ້ອມຫລິ້ນນັດຊິງຊະນະເລີດແຊ້ມປ້ຽນລີກຫລືບໍ່?
ໂມຮາເຫມັດ ຊາລາ ດາວຍິງໂຕເກັ່ງຂອງ ລິເວີພູລ ຕອບຄຳຖາມທີ່ແຟນໆ “ຫົງແດງ” ທົ່ວໂລກຢ່າງທີ່ຮູ້ກັນ ຫລັງຈາກທີ່ຜູ້ກ່ຽວໄດ້ຮັບບາດເຈັບຈາກເກມ ເອຟເອ ຄັບ ນັດຊິງ ຈົນມີໂອກາດພາດການຊ່ວຍທີມໃນເກມຊິງຖ້ວຍເອີຣົບຊ່ວງທ້າຍເດືອນນີ້ ໂມຮາເຫມັດ ຊາລາ ກອງຫນ້າຄົນສຳຄັນຂອງ ລິເວີພູລ ຢືນຢັນວ່າຕົນເອງຈະຟິດທັນເວລາຊ່ວຍທີມຢ່າງແນ່ນອນ ສຳຫລັບເກມຢູຟ່າ ແຊ້ມປ້ຽນ ລີກ ນັດຊິງຊະນະເລີດທີ່ “ຫົງແດງ” ມີໂປຣແກຣມ ດວນກັບ ເຣອັລ ມາດຣິດ ມື້ເສົາທີ່ 28 ພຶດສະພານີ້ ຊາລາ ໄດ້ຮັບການບາດເຈັບຈາກການບໍລິເວນກົກຂາແລະສຸດທ້າຍຕ້ອງໄດ້ປ່ຽນໂຕອອກຕັ້ງແຕ່ນາທີທີ່ 33 ໃນເກມ ເອຟເອ ຄັບ ຮອບຊິງຊະນະເລີດ ຈົນຕົກເປັນທີ່ຫວັ່ນໄຫວກັນວ່າ ຜູ້ກ່ຽວອາດຈະພາດຊ່ວຍທີມໃນເກມສຳຄັນທີ່ເມືອງປາຣິສ ຊ່ວງທ້າຍເດືອນນີ້ ແນວໃດກໍ່ຕາມ ລ່າສຸດ ດາວເຕະ ຊາວເອຍິບໄວ 29 ປີ ໄດ້ຕອບແບບສັ້ນໆ ແຕ່ເຮັດໃຫ້ຫົວໃຈເຫລົ່າສາວົກ “ເດິ ຄລັອບ” ຕຶ້ງຂຶ້ນທັນທີ ຫລັງຈາກທີ່ຖືກ ແຄຣີ່ ບຣາວ ນັກຂ່າວສາວຂ້າງສະຫນາມ ຖາມຂຶ້ນວ່າ
15 May 2022
Football News
ຮອງແຕ່ໂດ້! ເບນເຊມ່າ ຂຶ້ນແທ່ນອັນດັບ 2 ດາວຊັນໂວຕະຫລອດການເຣອັລມາດຣິດ
ຄາຣິມ ເບນເຊມ່າ ຍອດຫົວຫອກເລືອດນ້ຳຫອມ ຂຶ້ນມາຄອງອັນດັບສອງ ຮ່ວມກັບຕຳນານຢ່າງ ຣາອຸລ ກອນຊາເຊດ ຮຽບຮ້ອຍ ໃນຫມວດດາວຊັນໂວສູງສຸດຕະຫລອດການຂອງ ເຣອັລ ມາດຣິດ ຫລັງຈາກທີ່ຜູ້ກ່ຽວຍິງປະຕູໄດ້ເພີ່ມອີກໃນເກມລ່າສຸດ ຄາຣິມ ເບນເຊມ່າ ກອງຫນ້າຄົນເກັງ່ ເຣອັລ ມາດຣິດ ຂຶ້ນໄປຢູ່ອັນດັບ 2 ດາວຊັນໂວສູງສຸດຕະຫລອດການຂອງສະໂມສອນ ທີ່ຈຳນວນ 323 ປະຕູ ທຽບເທົ່າກັບ ຣາອູລ ກອນຊາເລດ ຫລັງຈາກທີ່ຍິງ 1 ປະຕູໃນເກມ ລາລີກາ ສະເປນ ໃນນັດລ່າສຸດທີ່ທັບ “ລາຊາຊຸດຂາວ” ເປີດບ້ານຖະຫລົ່ມ ເລບັນເຕ້ 6-0 ມື້ວັນພະຫັດທີ 12 ພຶດສະພາທີ່ຜ່ານມາ ເທົ່າກັບວ່າ ຕອນນີ້ ເບນເຊມ່າ ເປັນຮອງພຽງແຕ່ ຄຣິສເຕຍໂນ່ ໂຮນັລໂດ້ (450ປະຕູ) ຄົນດຽວເທົ່ານັ້ນ ໂດຍມີ 323 ປະຕູຂອງ ດາວຍິງ ໄວ 34 ປີ ແບ່ງເປັນໃນລີກ
13 May 2022
Football News
“ວິນິຊິອຸສ” ແຮກທຣິກ! ມາດຣິດບໍ່ມີຄວາມປານີຖະຫລົ່ມເຄິ່ງໂຫລ-ສົ່ງເລວັນເຕ້ຕົກຊັ້ນ
ເຣອັລ ມາດຣິດ ບໍ່ມີຄວາມປານີ ເປີດບ້ານຖະຫລົ່ມທີມບ້ວຍ ເລວັນເຕ້ ເຄິ່ງໂຫລຈາກຜົນງານຂອງ ເບນເຊມ່າ ລໍຄ້ວາດາ່ວຊັນໂວນຳໂດ່ງຂຶ້ນທີ່ 27 ລູກ ໄດ້ແບບສະໃຈໄດ້ ວິນິຊິອຸສ ລະເບີດ “ແຮກທຣິກ” ສົ່ງທ້າຍແທບດັບຝັນ “ເຈຍນ້ອຍ” ກັບການຢູ່ລອດໃນລີກສູງສຸດ ໃນເສິກບານເຕະ ລາລີກາ ສະເປນ ໃນຄືນວັນພະຫັດ ວັນທີ 12.05.2022 ທີ່ຜ່ານມາ ສະຫນາມ : ຊານຕິອາໂກ້ ເບນາເບວ “ວິນິຊິອຸສ” ແຮກທຣິກ! ມາດຣິດບໍ່ມີຄວາມປານີຖະຫລົ່ມເຄິ່ງໂຫລ-ສົ່ງເລວັນເຕ້ຕົກຊັ້ນ was last modified: May 13th, 2022 by Vanxay
13 May 2022
Football News
ຫມີຄົ່ວທັອບໂຟ! ແອດ.ມາດຣິດ ກູ້ສັກສີ “ກຣິດມັນ” ລຸ້ນຊັດທີມແຊ້ມ ມາດຣິດ
“ກາຫມີ” ທີມອັນດັບ 4 ຍັງຕ້ອງເນັ້ນເຕັມທີ່ເພື່ອກາລັນຕີທັອບໂຟ ການຈັດທັບ ແມ່ນຂົນເອົາຊຸດທີ່ດີທີ່ສຸດລົງສະຫນາມແນວບຸກໃຊ້ ອອງຕວນ ກຣິດມັນ ນຳທັບຮັບ “ລາຊາຊຸດຂາວ” ທີມແຊ້ມແບບຟຣູທັບເຊິ່ງນຳໂດຍ ຄາຮິມ ເບນເຊມ່າ ໃນເສິກບານເຕະ ລາ ລີກາ ສະເປນ ໃນມື້ຄືນວັນອາທິດທີ 8 ພຶດສະພານີ້ ປຣີວິວບານເຕະ ລາ ລີກາ ສະເປນ ວັນອາທິດທີ 8 ພຶດສະພາ 2022 ແອດ.ມາດຣິດ – ເຣອັລມາດຣິດ ເວລາ : 02.00 ນ. ຖ່າຍທອດສົດ : beIN SPORTS 1 ສະຫນາມ : ວ່ານຕ້າ ເອໂຕຣໂປລີຕາໂນ່ ຫມີຄົ່ວທັອບໂຟ! ແອດ.ມາດຣິດ ກູ້ສັກສີ “ກຣິດມັນ” ລຸ້ນຊັດທີມແຊ້ມ ມາດຣິດ was last modified: May 8th,
08 May 2022
ພຣີເມຍລີກ ອັງກິດ
ຊາລາຮັບລາງວັນແຂ້ງຍອດຢ້ຽມ FWA- ເປີດໃຈຫວັງລ້າງແຄ້ນມາດຣິດ ນັດຊິງ ຊປລ
ໂມຮາເຫມັດ ຊາລາ ດາວເຕະ ລິເວີພູລ ເປີດໃຈຕວາມຕົງ ມັນຖືວ່າເປັນໂອກາດທອງທີ່ຈະໄດ້ລ້າງແຄ້ນ ເຣອັລ ມາດຣິດ ກັບການທີ່ທີມຂອງຕົນຈະໄດ້ດວນກັບ “ລາຊາຊຸດຂາວ” ໃນນັດຊິງຊະນະເລີດຂອງ ແຊ້ມປ້ຽນ ລີກ ພ້ອມບອກວ່າສຸດທີ່ດີໃຈທີ່ໄດ້ຮັບລາງວັນແຂ້ງຍອດຢ້ຽມຈາກສະມາຄົມນັກຂ່າວ ດາວເຕະຊາວເອຍິບກ່າວລະຫວ່າງທີ່ຮັບລາງວັນນັກເຕະຍອດຢ້ຽມຂອງສະມາຄົມນັກຂ່າວສາຍບານເຕະອັງກິດ(WA) ປະຈຳຊີຊັ່ນ 2021/22 ວ່າ “ຂ້ອຍຕື່ນເຕັ້ມຫລາຍໆ ຂ້ອຍຫມັ້ນໃຈວ່າຄົນອື່ນໆໃນທີມເອງກໍ່ຮູ້ສຶກຕຶ່ນເຕັ້ນກ່ຽວກັບມັນຄືກັນ ຂ້ອຍຫມ້ນໃຈວ່າມັນຈະເປັນເກມທີ່ຍາກລຳບາກ ພວກເຂົາເອົາຊະນະທີມເກັ່ງໆ ມາໄດ້ຫລາຍທີມ ສິ່ງທີ່ເຮົາຕ້ອງເຮັດຄືການມີສະມາທິກັບການລົງຫລິ້ນໃຫ້ໄດ້” ພໍຖືກຖາມເພີ່ມວ່າ ເປັນຄືກັບການລ້າງແຄ້ນຫລືບໍ່ແລ້ວນັ້ນ ຊາລາ ກໍ່ຕອບວ່າ ” ແມ່ນ ແມ່ນມັນເປັຍແບບນັ້ນ ເຮົາເຄີຍແພ້ໃນນັດຊິງຊະນະເລີດເມື່ອກ່ອນຫນ້ານີ້ ມັນເປັນມື້ທີ່ແສນເສົາສຳຫລັບເຮົາທຸດຄົນ ແລະຕອນນີ້ມັນກໍ່ເຖິງເວລາສຳຫລັບການລ້າງແຄ້ນແລ້ວ” ຊາລາເວົ້າດ້ວຍຄວາມຮູ້ສຶກດີໃຈສຸດໆທີ່ໄດ້ຮັບລາງວັນໃນເທື່ອນີ້ “ມັນເປັນຄວາມຮູ້ສຶກທີ່ດີເລີດທີ່ສຸດ ອັນດັບແລກຂ້ອຍຢາກທີ່ຈະຂອບໃຈກັບທຸກໆຄົນທີ່ໂຫວດໃຫ້ຂ້ອຍ ແນ່ນອນວ່າບັນດານັກຂ່າວເປັນສ່ວນສຳຄັນຢ່າງສູງຂອງຄອບຄົວບານເຕະແລະຫວັງວ່າພວກເຮົາຈະໄດ້ລາງວັນຫລາຍກ່ວານີ້ໃນລະດູການນີ້” ຊາລາຮັບລາງວັນແຂ້ງຍອດຢ້ຽມ FWA- ເປີດໃຈຫວັງລ້າງແຄ້ນມາດຣິດ ນັດຊິງ ຊປລ was last modified: May 6th, 2022 by Vanxay
06 May 2022
ພຣີເມຍລີກ ອັງກິດ
ເຊລຊີ ຮັບຊັບກ້ອນໃຫຍ່ຫາກວ່າມາດຣີິດຊະນະລິເວີພູລຄວ້າແຊ້ມ ຊປລ
ແຟນບານເຊລຊີ ອາດຈະຊ່ວຍເຊຍໃຫ້ ເຣອັລ ມາດຣິດ ຄອງຖ້ວຍເອີຣົບ ເພາະວ່າຈະຊ່ວຍໃຫ້ສະໂມສອນຮັບຊັບກ້ອນໃຫຍ່ອີກຫາກດິລຂາຍ ເອແດັນ ອາຊາ ເມື່ອ 3 ປີທີ່ແລ້ວ ຕອນທີ່ “ສິງບຼູ” ຂາຍ ເອແດັນ ອາຊາ ກແງຫາງທີມຊາດ ເບລຢ້ຽມ ໄປໃຫ້ “ລາຊາຊຸດຂາວ” ເມື່ອປີ 2019 ດ້ວຍຄ່າໂຕ 88,5 ລ້ານປອນປປະມານ 3,805ລ້ານບາດ) ນັ້ນຍັງບໍ່ໄດ້ໃສ່ເງື່ອນໄຂຫລາຍຢ່າງທີ່ຈະສົ່ງຜົນໃຫ້ໄດ້ຍອດໂບນັສລວມຄ່າໂຕພຸ່ງຂຶ້ນໄປຢູ່ທີ່ 130 ລ້ານປອນ(ປະມານ 5,590ລ້ານບາດ) ກ່ອນຫນ້ານີ້ ເຊລຊີ ໄດ້ໂບນັສຈາກ ເອຣັລ ມາດຣິດ ມາແລ້ວ ຈຳນວນ 20 ລ້ານປອນ(ປະມານ 860ລ້ານບາດ) ຕອນທີ່ “ລາຊາຊຸດຂາວ” ໄດ້ແຊ້ມ ລາລິກາ ເມື່ອລະດູການ 2019/20 ແລະຄ້ວາໂຄຕ້າໄປຫລິ້ນຖ້ວຍແຊ້ມປ້ຽນ ລີກ ໄດ້ສຳເລັດ ນອກຈາກນັ້ນ ໃນເງື່ອນໄຂຍັງລະບຸວ່າ ເຊລຊີ ຈະໄດ້ໂບນັສອີກ ຫາກວ່າ ເຣອັລ
06 May 2022
ພຣີເມຍລີກ ອັງກິດ
ເພີ່ມດີກຣີຄວາມມັນ! ອອງຣີເຊື່ອແຊ້ມ ຊປລ ຕັດສິນເບນເຊມ່າຫລືມາເນ່ຄ້ວາບັນລັງດໍ
ເທຍຣີ່ ອອງຣີ່ ຕຳນານອາເຊນ່ອລ ເພີ່ມດີກີຣຄວາມນ່າສົນໃຈໃນເກມນັດຊິງ ແຊ້ມປ້ຽນລີກ ລະດູການນີ້ຈະເປັນການດວນກັນຂອງ 2 ທີມ ໂຕເຕັງບັນລັງດໍ ຄື ຄາຣິມ ເບນເຊມ່າ ກັບ ຊາດິໂອ ມາເນ່ ລະບຸຫາກວ່າໃຜໄດ້ແຊ້ມລາຍການນີ້ມີສິດຄວ້າ “ບານທອງຄຳ” ໄປຄອບຄອງ ແຕ່ເຊື່ອວ່າ “ເບນ” ມີລຸ້ນກ່ວາ ເທຍຣີ່ ອອງຣີ່ ຕຳນານກອງຫນ້າທີມຊາດຝຣັ່ງເສດ ເປີດໃຈເກມຮອບຊິງຊະນະເລີດ ຢູຟ່າ ແຊ້ມປ້ຽນ ລີກ ຈະເປັນໂຕຊື້ຂາດວ່າ ຊາດິໂອ ມາເນ່ ຫລື ຄາຣິມ ເບນເຊ່ມ່າ ຄົນໃດທີ່ຈະຄ້ວາບັນລັງດໍໄປຄອງ ແຕ່ເຊື່ອວ່າຫົວຫອກຈອມເກົ໋າເພື່ອນຮ່ວມຊາດມີພາສີດີກ່ວາ “ເບນ” ກັບ “ມາເນ່” ມີຄິວຈະຕ້ອງໄດ້ຟາດກັນໃນແມດຊິງໂທຟີ່ “ບິກເອຍ” ທີ່ກຣຸງປາຣິສປະເທດຝຣັ່ງເສດ ໃນມື້ວັນເສົາທີ່ 28 ພຶດສະພານີ້ ໂດຍ ອອງຣີ່ ເຊື່ອວ່າແມດນີ້ຈະເປັນບົດພິສູດວ່າຄົນໃດຫນຶ່ງຈະໄດ້ຮັບລາງວັນ “ເກີິິບຄຳ” ແຕ່ເບິ່ງວ່າ ເບນເຊມ່າ ນ່າຈະປະສົບຄວາມສຳເລັດຫລາຍກ່ວາ ເພີ່ມດີກຣີຄວາມມັນ! ອອງຣີເຊື່ອແຊ້ມ ຊປລ
06 May 2022
Football News
4 ປີທີ່ລໍຄອຍ! ຊາລາສົມຫວັງໄດ້ໂອກາດລ້າງແຄ້ນເຣອັລມາດຣິດ
ໂມຮາເຫມັດ ຊາລາ ສະແດງທ່າທີໃຫ້ເຫັນວ່າແທບຈະທົນລໍບໍ່ໄຫວແລ້ວທີ່ຈະໄດ້ລ້າງແຄ້ນ ເຣອັລ ມາດຣິດ ຫລັງຈາກຜູ້ກ່ຽວເຄີຍໄດ້ຮັບບາດເຈັບຈົນຕ້ອງຖືກປ່່ຽນໂຕອອກຈາກສະຫນາມໃນເກມ ຊິງດຳຂອງ ແຊ້ມປ້ຽນ ລີກ ເມື່ອປະມານ 4 ປີກ່ອນ ໂມຮາເຫມັດ ຊາລາ ປີກົນເກັ່ງຂອງ ລິເວີິພູລ ຍອດສະໂມສອຮແຫ່ງ ເວທີ ພີເມຍລີກ ອັງກິດ ກ່າວວ່າໃນທີ່ສຸດກໍ່ຈະໄດ້ມີໂອກາດລ້າງແຄ້ນແລ້ວ ຫລັງຈາກທີ່ຮູ້ວ່າທີມຂອງຕົນຈະໄດ້ເຈີກັບ ເຣອັລ ມາດຣິດ ໃນຮອບຊິງຊະນະເລີດ ໃນເສິກ ຢູຟ່າ ແຊ້ມປ້ຽນ ລີກ ລະກູຄການນີ້ ຍ້ອນກັບໄປເມື່ອຊີຊັ່ນ 2018-18 ຊາລາ ເຄີຍເປັນສ່ວນຫນຶ່ງທີ່ພາ ລິເວີພູລ ເຂົ້າເຖິງຮອບຊິງດຳຂອງ ແຊ້ມປ້ຽນ ລີກ ໄດ້ຈາກການທີ່ເຂົາຍິງໄດ້ເຖິງ 10 ປະຕູ ເຮັດໃຫ້ຫລາຍໆຄົນເຊື່ອວ່າເຂົາອາດຈະເປັນກຳລັງສຳຄັນທີ່ເຮັດໃຫ້ທີມໄດ້ສຳຜັດກັບຖ້ວຍ “ບິກເອຍ” ໃນຕອນນັ້ນແຕ່ສຸດທ້າຍກໍ່ຕ້ອງຖືກປ່ຽນໂຕອອກຈາກສະຫນາມຕັ້ງແຕ່ນາທີທີ່ 31 ຈາກການທີ່ ເຊຄິໂອ ຣາມອສ ເຮັດໃຫ້ລາວລົ້ມລົງໄປກະແທກກັບສະຫນາມ ກ່ອນທີ່ ມາດຣິດ ຈະເອົາຊະນະໄປ 3-1 We have
05 May 2022
ພຣີເມຍລີກ ອັງກິດ
ເຮັດໄດ້ພຽງທຳໃຈ! ເປັບຊືມເສົ້າແມນຊິຕີ້ຖືກມາດຣິດເຂ່ຍພົ້ນທາງຊິງບິກເອຍ
ເປັບ ກວາດິໂອລ່າ ກຸນຊືທີມ ແມນເຊັດເຕີ ຊິຕີ້ ກ່າຍຫນ້າຜາກທຳໃຈຍອມຮັບເຖິງການຕົກຮອບຕັດເຊືອກຖ້ວຍ ແຊ້ມປ້ຽນລີກ ຫລັງພາທີມບຸກມາແພ້ ເຣອັລ ມາດຣິດ ໃນເກມນັດທີ 2 ທີ່ ເບນາເບວ ມື້ວັນພຸດທີ່ 4 ພຶດສະພາ ແມ້ນໂອກາດຈະເປີດກ້ວາງໃຫ້ກັບ ເຮືອໃບສີິຟ້າ ເປັນຢ່າງຫລວງຫລາຍກໍ່ຕາມ ທີມຈ່າຝຸງ ພີເມຍລີກ ຊິງຄວາມໄດ້ປຽບຈາກເກມທຳອິດເອົາຊະນະ ລາຊາຊຸດຂາວ ໃນບ້ານໄດ້ 4-3 ແລະແມ່ນວ່າມີສະກໍນຳເຈົ້າຖິ່ນກ່ອນອີກໃນຊ່ວງເຄິ່ງຫລັງ ແຕ່ສຸດທ້າຍກັບພິກຕົກຮອບແບບບໍ່ຫນ້າເຊື່ອ ໂດຍກຸນຊືຊາວສະແປນິກ ລະບຸເປັນທຳນອງວ່າບໍ່ແມ່ນເລື່ອງແປກເນື່ອງຈາກບານເຕະເປັນເກມທີ່ຍາກແກ່ການທຳນຍ “ເຮົາເກືອບເອົາຊະນະຢູ່ແລ້ວ ເຮົາເກືອບແລ້ວແທ້ໆ ແຕ່ສຸດທ້າຍເຮົາກໍ່ບໍ່ໄດ້ເຂົ້າຊິງຊະນະເລີດ” ກວາດິໂອລ່າ ໃຫ້ສຳພາດ “ເຮົາຫລິ້ນບໍ່ໄດ້ປານໃດເທົ່າທີ່ເຮົາຫລິ້ນໄດ້ ແຕ່ມັນເປັນເລື່ອງປົກກະຕິຂອງຮອບຕັດເຊືອກ ນັກເຕະຮູ້ສຶກກົດດັນ ບານເຕະເປັນເກມທີ່ຍາກແກ່ການຄາດເດົາ ມັນເປັນເກມແບບນີ້ ເຮົາຕ້ອງຍອມຮັບ” “ຕອນນີ້ເຮົາຕ້ອງວິເຄາະ ແລະກັບມາໃຫມ່ ເຮົາຍັງມີອີກສີ່ເກມໃຫ້ລົງຫລິ້ນ” ກວາດິໂອລ່າຫມາຍເຖິງເກມ ພີເມຍລີກ ທີ່ເຮືອໃບສີຟ້າ ຍັງມີໂອກາດຄວ້າແຊ້ມ ເຮັດໄດ້ພຽງທຳໃຈ! ເປັບຊືມເສົ້າແມນຊິຕີ້ຖືກມາດຣິດເຂ່ຍພົ້ນທາງຊິງບິກເອຍ was last modified: May 5th,
05 May 2022
Football News
ລາຊາໂກງຕາຍ! ໂຣດຣີໂກ້ແສບ-ເບນຊັດໄຊຫັກເອີກແມນຊິຕີ້ ລິ່ວເຂົ້າຊິງກັບ ລິເວີພູລ
“ເຮືອໃບສີິຟ້າ” ແມນເຊັດເຕີ ຊິຕີ້ ຝັນສະຫລາຍ! ໂຣດຣີໂກ້ ຊູເປີຊັບຍິງສອງເມັດຊ່ວງທົດເວລາບາດເຈັບພາ ເຮອັລ ມາດຣິດ ໂກງຄວາມຕາຍເສືອນເອົາຊະນະໃນເວລາປົກກະຕິ 2-1 (ສະກໍລວມ 5-5) ກ່ອນໃນຊ່ວງຕໍ່ເວລາພິເສດ ເບນເຊມ່າ ຈະກົດຈຸດໂທດພາ “ລາຊາຊຸດຂາວ” ພິກເກມ ເອົາຊະນະ ແມນໆ ຊິຕີ້ 3-1 ລວມສອງນັດຄວ້າເອົາໄຊຊະນະໄປແບບເຫລືອເຊື່ອ 6-5 ຕົບຕີນເຂົ້າໄປຊະນະເລີດເປັນສະໄຫມທີ່ 17 ເພື່ອລຸ້ນແຊ້ມສະໄຫມທີ່ 14 ໂດຍຈະພົບກັບ ລິເວີພູລ ແຊ້ມ 6 ສະໄຫມ ໃນວັນເສົາທີ່ 28 ພຶດສະພານີ້ ທີ່ ສະຕາດ ເດິ ຟຣອງ ປະເທດຝຣັ່ງເສດ ນັບວ່າເປັນການລີແມດຄູ່ຊິງຊະນະເລີດໃນປິ 2018 ອີກຄັ້ງ ລາຊາໂກງຕາຍ! ໂຣດຣີໂກ້ແສບ-ເບນຊັດໄຊຫັກເອີກແມນຊິຕີ້ ລິ່ວເຂົ້າຊິງກັບ ລິເວີພູລ was last modified: May 5th, 2022 by Vanxay
05 May 2022
Football News
ມາດຣິດລູ້ນພິກຊິງດຳ “ເບນເຊມ່າ” ຄ້ຳຫນ້າຮັບແມນຊິຕີ້ທີ່ມີ “ເດິ ບຣອຍ” ບັນຊາທັບ
“ລາຊາຊຸດຂາວ” ທີມແຊ້ມ ລາລີກາ ຍົກທຳອິດພາດທ່າເສຍປຽບຢູ່ 1 ສະກໍການຈັດທັບບໍ່ມີບັນຫາຂົນທັບໃຫຍ່ລົງສະຫນາມນຳໂດຍ ຄາຣິມ ເບນເຊມ່າ ສ່ວນທາງ “ເຮືອໃບສີຟ້າ” ທີ່ແມ້ນວ່າມີປະຕູໄຊກັກຕຸ້ນໄວ້ແຕ່ຍັງປະມາດບໍ່ໄດ້ວາງ ເຄວິນ ເດິ ບອຍ ບັນຊາທັບສູ້ ໃນເສິກບານເຕະ ຢູຟ່າ ແຊ້ມປ້ຽນ ລີກ ຮອບຮອງຊະນະເລີດ ນັດ 2 ຄືນວັນພຸດທີ່ 4 ພຶດສະພານີ້ ປຣີວິວບານເຕະ ຢູຟ່າແຊ້ມປ້ຽນ ລີກ ຮອບຮອງຊະນະເລີດ ນັດ 2 ວັນພຸດທີ່ 4 ພຶດສະພາ 2022 ເຣອັລ ມາດຣິດ – ແມນໆ ຊິຕີ້ (ຜົນນັດທຳອິດ ແມນໆ ຊິຕີ້ 4-3 ເຣອັລ ມາດຣິດ) ເວລາ : 02.00 ນ. ຖ່າຍທອດສົດ : ບີອິນ ສະປອດ 1
04 May 2022
Football News
ຫາຍໄປຫນຶ່ງຄົນ! ມາດຣິດແຫ່ແຊ້ມຍິ່ງໃຫຍ່,ອັນເຊລັອດດິ້ນກະຈາຍ
ເຣອັລ ມາດຣິດ ແຊ້ມ ລາລີກາ ສະເປນ ສະໄຫມທີ່ 35 ສະຫລອງຄວາມສຳເລັດຢ່າງຄຶກຄື້ນສູດຂີດດ້ວຍການຈິດພິທີແຫ້ໂທຟີເທິງລົດເມໄປທີ່ໃຈກາງເມືອງໂດຍກູນຊື ຄາໂລ ອັນເຊລັອດຕິ ໂຊສະເຕັບຕິນໄຟແບບລືມໄວ ແຕ່ວ່າງານນນີ້ສະມາຊິກຄົນດັງຂອງທີມໄປຫນຶ່ງຄົນ ລາຊາຊຸດຂາວ ຄວ້າແຊ້ມລີກກະທິງໂຫດ ໄດ້ເປັນທີ່ຮຽບຮ້ອຍແລ້ວກ່ອນປິດຊີຊັ່ນ 4 ນັດດ້ວຍກັນໃນເກມເປິດຊານຕິອາໂກ້ ເບນາເບວ ປາບ ເອສປັນຍ່ອນ 4-0 ມື້ວັນເສົາທີ່ 30 ເມສາ ປິດຈັອບສຳຄັນໄດ້ສພເລັດຫນຶ່ງລາຍການ ກ່ອນມີຄິວປະທະກັບ ແມນໆ ຊິຕີ້ ໃນບ້ານເຮິດເສິກ ແຊ້ມປ້ຽນ ລີກ ຮອບຕັດເຊືອກນັດສອງວັນພຸດນີ້ ແນວໃດກໍ່ດີ ທີມດັງຂອງລີກກະທິງໂຫດຈັດແຈງສະຫລອງແຊ້ມຢ່າງສຸດໆກ່ອນເຖິງເກມຕ້ອນຮັບ ເຮືອໃບສີຟ້າ ດ້ວຍການນຳໂທຟີຂຶ້ນລົດເມເປີດປະທຸນແຫ່ໄປຮອດ ຈະຕຸຣັດຊີເບເລສໃນແຖວໃຈກາງເມືອງອັນເປັນທຳນຽມປະຕິບັດຂອງສະໂມສອນໂດຍງານນີ້ ອັນເຊລັອດຕິ ນາຍໃຫຍ່ ຊາວອີຕາລຽນ ໂຊລີລາການການເຕັ້ນເທີງລົດເມສຸດມ່ວນມັນ ຫາຍໄປຫນຶ່ງຄົນ! ມາດຣິດແຫ່ແຊ້ມຍິ່ງໃຫຍ່,ອັນເຊລັອດດິ້ນກະຈາຍ was last modified: May 1st, 2022 by Vanxay
01 May 2022
Football News
ເຣອັລ ມາດຣິດ ຄ້ວາແຊ້ມລາລີກາ! ທຸບເອສປັນຍ່ອນຍັບ ແຊ້ມທຳອິດຂອງອັນເຊ່
ແຊ້ມສະໄຫມທີ່ 35! ເຣອັລ ມາດຣິດ ໂຊຜົນງານຄວ້າແຊ້ມ ລາລີກາ ສະເປນ ຫລັງເປີດບ້ານຕ້ອນຮັບ ເອສປັນຍ່ອນ ແບບງ່າຍໆ 4-0 ໂຣດຣີໂກ້ ເຫມົາຄົນດຽວສອງເມັດ ກ່ອນທີ່ ອາເຊນຊິໂອແລະ ເບນເຊ່ມ່າອີກຄົນລະລູກ ມັນເປັນແຊ້ມທຳອິດຂອງ ຄາໂລ ອັນເຊລອດຕີ ຫລັງກັບມາຄຸມ “ລາຊາຊຸດຂາວ” ຮອບທີ່ 2 ທັງທີ່ຍັງເຫລືອໂປຣແກຣມລີກອີກ 4 ນັດ ແຕ່ມີແຕ້ມຂາດລອຍນຳໂດ່ງ 81 ຄະແນນຫລາຍກ່ວາອັນດັບ 2 ເຊບີຍາ ເຖິງ 17 ແຕ້ມ ກາລັນຕີແຊ້ມລີກສູງສຸດຂອງສະເປນລະດູການນີ້ແລ້ວ ບານເຕະ ລາລີກາ ສະເປນ ນັດທີ່ 34 ມື້ວັນເສົາທີ່ 30 ເມສາທີ່ຜ່ານມມາ ຈ່າງຝຸງ ເຣອັລ ມາດຣິດ ເປີດບ້ານ ຊານຕິອາໂກ້ ເບນາເບວ ຮັບການມາເຟືອນຂອງ ເອສປັນຍ່ອນ ອັນດັບທີ່ 13 ເກມນີ້ຫາກວ່າ “ລາຊາຊຸດຂາວ”
01 May 2022
ພຣີເມຍລີກ ອັງກິດ
ນະຮົກທີມເຢືອນ! ອັນເຊ່ຫມັ່ນມົນຂັງເບຣນ່າເບວຈະນຳເຣອັລເຂົ້າຊິງ
ຄາໂລ ອັນເຊລອດຕິ ກຸນຊື ເຣອັລ ມາດຣິດ ຫມັ້ນໃຈມົນຂັງຂອງຊານຕິອາໂກ້ ເບຣນາເບວ ຈະເຮັດໃຫ້ ແມນໆ ຊິຕີ້ ຕ້ອງເຈີກັບງານ ຫນັກແນ່ນອນໃນເກມຮອບຕັດເຊືອກ ແຊ້ມປ້ຽນ ລີກ ນັດ 2 ຫລັງເກມທຳອິດອອກໄປແພ້ “ເຮືອໃບສີຟ້າ” ສູສີສະກໍ 3-4 ເທົ່ານັ້ນ ຄາໂລ ອັນເຊລອດຕິ ເທນເນີຊາວອີຕາລຽນຂອງ ເຣອັລ ມາດຣິດ ເຊື່ອຫມ້ນໃນເກມ 2 ທີ່ຊານຕິອາໂກ້ ເບຣນາເບວ ໃນເສິກ ຢູຟ່າ ແຊ້ມປ້ຽນ ລີກ ຮອບຮອງຊະນະເລີກໃນອາທິດຫນ້າ”ລາຊາຊຸດຂາວ” ຈະສ້າງຜົນງານໄດ້ຫນ້າຈື່ນເຕັ້ນຕື່ນໃຈຍົກສະຫນາມບ້ານຂອງຕົນເອງເຕັມໄປດ້ວຍມົນຂັງ ຈ່າຝຸງ ລາ ລີກາ ສະເປນ ສ້າງຜົນງານໄດ້ດີສຸດໃນການໄປເຢືອນ ແມນເຊັດເຕີ ຊິຕີ້ ທີ່ສະຫນາມ ເອຕິຮັດ ສະເຕດ້ຽມ ແມ່ນວ່າຈະແພ້ 3-4 ກໍ່ຕາມ ປຕ່ຟອມຂອງພວກເຂົາຖືວ່າໃຊ້ໄດ້ ທີ່ສຳຄັນການທີ່ຕາມຫລັງພຽງແຕ່ປະຕູດຽວ ບໍ່ແມ່ນບັນຫາໃຫຍ່ສຳຫລັບ ເຣອັລ ມາດຣິດ ໃນການຫລິ້ນທີ່ບ້ານແມດຕໍ່ໄປ
27 Apr 2022
ພຣີເມຍລີກ ອັງກິດ
ແມນຊິຕີ້ບົດເຣອັລ ມາດຣິດສຸດມັນ ເບນຍິງ 2 ໄລ່ບໍ່ທັນ ຮອບຕັດເຊືອກຊປລຍົກທຳອິດ
ຍິງກັນສະຫນັ່ນ 7 ເມັດ “ເຮືອໃບສີຟ້າ” ບຽດຄວ້າໄຊເຫນືອ ເຣອັລ ມາດຣິດ ແບບເປົ່າປາກ 4-3 ກຳຄວາມໄດ້ປຽບໄດ້ກ່ອນໃນຍົກທຳອິດ ນັດນີ້ ເຄວິນ ເດິບອຍ ທັງຍິງທັງຈ່າຍ ຂະນະທີ່ ຄຣາຣິມ ເບນເຊມ່າ ໂຊເຫນືອເຫມົາ 2 ເມັດຂຶ້ນນຳດາວຊັນໂວ່ຂອງ ຢູຟ່າ ແຊ້ມປ້ຽນ ລີກ 14 ເມັດ ໂດຍນັດທີ່ 2 ຈະກັບໄປຫລິ້ນທີ່ ເບຣນາເບວ ໃນມື້ວັນພຸດຫນ້າ ບານເຕະ ຢູຟ່າ ແຊ້ມປ້ຽນ ລີກ ຮອບຮອງຊະນະເລີດ ນັດທຳອິດ ມື້ວັນອັງຄານທີ່ 26 ເມສາທີ່ຜ່ານມາລະຫວ່າງ ຈ່າຝຸງ ພີເມຍລີກ ແມນໆ ຊິຕີ້ ເປີດບ້ານ ເອຕິຮັດ ສະເຕດ້ຽມ ຮັບຈ່າຝຸງລາລິກາ ເຣອັລ ມາດຣິດ ຈົບເກມ ແມນໆ ຊິຕີ້ ເອົາຊະນະ ເຣອັລ ມາດຣິດ
27 Apr 2022
Football News
ແມນຊິຕີ້ ຈັດ”ເດິ ບອຍ” ທ້າຮົບ ເຣອັລ ມາດຣິດມີ “ເບນເຊມ່າ” ຍິງຍົກທຳອິດຮອບຕັດເຊືອກຊປລ
“ເຮືອໃບ” ແມນເຊັດເຕີ ຊິຕີ້ ຜົນງານໃນລີກຍອດຢ້ຽມ ງານນນີ້ໃນບັນຍາກາດບານເອີຣົບຖ້ວຍໃຫຍ່ທີ່ພວກເຂົາໄຝ່ຝັນ “ເຄວິນ ເດິບອຍ” ເປີດບ້ານດວນກັບ “ລາຊາຊຸດຂາວ” ເຣອັລ ມາດຣິດ ທີ່ ກຳລັງຂຶ້ນແຊ້ມລີກສະເປນ “ຄາຣິມ ເບນເຊມ່າ” ລົງລ່າຕາຄ່າຍ ຄືເກົ່າ ໃນການແຂ່ງຂັນປຣີວິວ ບານເຕະ ຢູຟ່າ ແຊ້ມປ້ຽນ ລີກ ຮອບຮອງຊະນະເລີດ ນັດທຳອິດ ຄືນວັນອັງຄານທີ່ 26 ເມສາ 2022 ປຣີວິວ ຢູຟ່າ ແຊ້ມປ້ຽນ ລີກ ຮອບຮອງຊະນະເລີດ ນັດທຳອິດ ວັນອັງຄານ ທີ່ 26 ເມສາ 2022 ແມນໆ ຊິຕີ້ – ເຣອັລ ມາດຣິດ ເວລາ : 20.00 ນາທີ , ຖ່າຍທອດສົດ : ບີອິນ ສະປອດ 1 ສະຫນາມ
26 Apr 2022
Football News
ລິເວີພລູ-ແມນຊິຕີ້່ໂຄດສູສີ! ວິເຄາະໂອກາດແຊ້ມ4ອໍລະຫັນຊປລ
ຊູເປີຄອມພິວເຕີ ວິເຄາະ 4 ທີມທີ່ຢູລອດໃນ ແຊ້ມປ້ຽນ ລີກ ມີໂອກາດແຊ້ມເທົ່າໃດກັນແດ່ ຍັກ ແມນໆ ຊິຕີ້ ແລະ ລິເວີພູລ ສີສູກັນສຸດໆ ຂະນະທີ່ຮ້ານພູລເມືອງຜູ້ດີກໍ່ເບິ່ງກົງກັນ ບານເຕະ ຢູຟ່າ ແຊ້ມປ້ຽນ ລີກ ລະດູການ 2021/22 ໄດ້ 4 ທີມ ຜ່ານເຂົ້າໄປຫລິ້ນໃນຮອບຮອງຊະນະເລີດຮຽບຮ້ອຍແລ້ວ ໂດຍເປັນ 2 ທີມຈາກ ລາລີກາ ສະເປນ ແລະ 2 ທີມຈາກ ພີເມຍລີກ ອັງກິດ ເຊິ່ງ ເຣອັລ ມາດຣິດ ຈະພົບກັບ ແມນເຊັດເຕີ ຊິຕີ້ ແລະ ບີຍາເຣອັລ ເຈີ ກັບ ລິເວີພູລ ຂະນະທີ່ຊູເປີຄອມພິວເຕີຂອງເວັບໄຊ້ ໄຟຟ ເທີຕີ້ ເອຈ ປະມວນຜົນວິເຄາະຂໍ້ມູນຫາໂອກາດວ່າທີມໄດມີໂອກາດຄ້ວາແຊ້ມເທົ່າໃດກັນແທ້ ໂດຍປະກົດວ່າ ແມນໆ ຊິຕີ້ ແລະ ລິເວີພູລ
15 Apr 2022